ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ແລະ ທົບທວນຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ແຫ່ງ ສປປ ລາວ ໂດຍສະເພາະໃນຂອບວຽກອາຊຽນ, ຂອບການຮ່ວມມືອະນຸພາກພື້ນ ແລະ ບາງຂົງເຂດທີ່ພົ້ນເດັ່ນ ໄລຍະປີ 2019-2020 ໃຫ້ບັນດາແຂວງພາກເໜືອ

 

20201127AseanWorkingADX1

20201127AseanWorkingADX3

 

ໃນລະຫວ່າງວັນທີ 26-27 ພະຈິກ 2020, ທີ່ ໂຮງແຮມ ນ້ຳກັດຢໍລະປາ, ແຂວງອຸດົມໄຊ, ໂດຍໄດ້ຮັບການມອບໝາຍຈາກຄະນະນໍາກະຊວງການຕ່າງປະເທດ, ກົມອາຊຽນ ແລະ ກົມກ່ຽວຂ້ອງຈໍານວນໜຶ່ງປະຈໍາກະຊວງ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ແຫ່ງ ສປປ ລາວ ສົກປີ 2019-2020 ໃນຂອບວຽກອາຊຽນ ລວມທັງຜົນສໍາເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຫາກໍສໍາເລັດໃນໄລຍະວັນທີ 12-15 ພະຈິກ 2020 ຜ່ານມາ; ຂອບການຮ່ວມມືອະນຸພາກພື້ນ ແລະ ວຽກພິທີການທູດໃຫ້ 8 ແຂວງພາກເໜືອ ຄື: ຜົ້ງສາລີ, ຫຼວງພະບາງ, ບໍ່ແກ້ວ, ຫຼວງ ນໍ້າທາ, ຫົວພັນ, ຊຽງຂວາງ, ໄຊຍະບູລີ ແລະ ອຸດົມໄຊ, ໂດຍການເປັນປະທານຂອງທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນ (ກອງ​ເລ​ຂາ​ອາ​ຊຽນ​ແຫ່ງ​ຊາດ), ກະຊວງການຕ່າງປະເທດ; ພິເສດ, ທ່ານ ອ່ອນແກ້ວ ອຸ່ນອາລົມ, ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງອຸດົມໄຊ ໄດ້ໃຫ້ກຽດກ່າວຄຳເຫັນຕ້ອນຮັບ ແລະ ເປີດກອງປະຊຸມດັ່ງກ່າວ ລວມທັງໄດ້ແຈ້ງສະພາບຈຸດພິເສດ ກໍຄືການພັດທະນາເສດຖະກິດ-ສັງຄົມ ລວມທັງທ່າແຮງຂອງແຂວງອຸດົມໄຊ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາຫົວໜ້າພະແນກການຕ່າງປະເທດຂອງທັງ 8 ແຂວງພາກເໜືອ, ຫົວໜ້າກົມພິທີການທູດ ແລະ ພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນຜົນ​ຂອງການເຄື່ອນໄຫວວຽກງານອາຊຽນ ຂອງລັດ ຖະບານ ແຫ່ງ ສປປ ລາວ ໃນໄລຍະປີ 2019-2020 ແລະ ທິດທາງແຜນການເຄື່ອນໄຫວໃນປີ 2021. ໃນໂອກາດນີ້, ທ່ານຫົວໜ້າກົມອາຊຽນ ກໍໄດ້ແຈ້ງສະພາບກ່ຽວກັບການເຄື່ອນໄຫວວຽກງານໂດຍລວມຂອງອາຊຽນ ແລະ ຂອງ ສປປ ລາວໃນຂອບອາຊຽນ ໃນໄລຍະ 1 ປີຜ່ານມາ ພາຍໃຕ້ການເປັນປະທານໝູນວຽນອາຊຽນຂອງ ສສ. ຫວຽດນາມ ໃນປີ 2020 ເປັນຕົ້ນແມ່ນຄວາມ​ຄືບ​ໜ້າ​ໃນການສ້າງປະຊາຄົມອາຊຽນ, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ແລະ ບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ, ການສົ່ງເສີມບົດບາດຄວາມສຳຄັນຂອງອາຊຽນ ກໍຄືຄວາມເປັນແກນກາງຂອງອາຊຽນ ໃນການພົວພັນຮ່ວມມືກັບພາຍນອກ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ໂດຍສະເພາະແມ່ນການຮ່ວມມືກັນເພື່ອຮັບມື ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ ແລະ ອື່ນໆ. ພ້ອມກັນນີ້, ກໍໄດ້ເຜີຍແຜ່ຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແບບທາງໄກ ຈັດຂຶ້ນໃນທ້າຍເດືອນມິຖຸນາ 2020 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ແບບທາງໄກ ຈັດຂຶ້ນໃນກາງເດືອນພະຈິກ 2020 ຜ່ານມາ ໂດຍສະເພາະບັນຫາຕ່າງໆທີ່ຜູ້ນໍາອາຊຽນ ແລະ ອາຊຽນ ກັບຄູ່ເຈລະຈາໄດ້ປຶກສາຫາລື ແລະ ຕົກລົງເຫັນດີຢູ່ກອງປະຊຸມສຸດຍອດຕ່າງໆ ພ້ອມທັງຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ​ນໍາໄປຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ສາມາດນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.

ໃນໂອກາດນີ້, ທ່ານ ແສງແກ້ວ ປວງປະດິດ, ຫົວໜ້າກົມພິທີການທູດ, ກະຊວງການຕ່າງປະເທດ ກໍໄດ້ແລກ ປ່ຽນບົດຮຽນກ່ຽວກັບຄວາມສຳຄັນຂອງວຽກງານດ້ານພິທີການທູດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈຍ່າງລະອຽດກ່ຽວກັບວຽກງານທາງດ້ານພິທີການທີ່ມີຄວາມລະອຽດອ່ອນ ທີ່ຕ້ອງມີການກະກຽມລ່ວງໜ້າໃນດ້ານຕ່າງໃຫ້ແກ່ທຸກຂັ້ນການພົບປະຂອງການນຳ ຫຼື ຂັ້ນທ້ອງຖິ່ນ. ພ້ອມກັນນັ້ນ, ທ່ານ ສົມບູນ ສີຫານາດ, ຮອງຫົວ ໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ກໍໄດ້ເຜີຍແຜ່ກ່ຽວກັບວຽກງານການເຊື່ອມໂຍງເສດຖະກິດ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເປັນຕົ້ນຂອບການຮ່ວມມືແມ່ນໍ້າຂອງກັບບັນດາຄູຮ່ວມພັດທະນາ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ (Belt and Road Initiative), ຂອບການຮ່ວມມືອາຊີ-ເອີຣົບ (ASEM), ເວທີປຶກສາຫາລືຂອບການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (Forum for East Asia and Latin America Cooperation-FEALAC) ແລະ ຂອບການຮ່ວມມືໃນອະນຸພາກພື້ນ ເຊັ່ນ: CLV, CLMV, ACMECS ລວມທັງຂອບການຮ່ວມມືຫລາຍຝ່າຍທີ່ສໍາຄັນ ອື່ນໆຕື່ມອີກ.

ບັນດາຜູ້ຕາງໜ້າຈາກ 08 ແຂວງພາກເໜືອ ກໍໄດ້ປະກອບຄຳເຫັນກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຄວາມສໍາຄັນຂອງພະແນກການຕ່າງປະເທດ ໃນການພົວພັນກັບບັນ ດາແຂວງ ກໍຄືປະເທດທີ່ມີຊາຍແດນຕິດກັບ ສປປ ລາວ, ການຊຸກຍູ້-ຍາດແຍ່ງການລົງທຶນຈາກຕ່າງປະເທດເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງ. ພ້ອມກັນນັ້ນ, ກໍໄດ້ຍົກໃຫ້ເຫັນຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆຢູ່ໃນແຂວງຂອງຕົນ, ໂດຍສະເພາະຄວາມຈໍາເປັນໃນການພັດທະນາຊັບພະຍາກອນມະນຸດ ທີ່ມີຄວາມຮູ້-ຄວາມສາມາດດ້ານພາສາຕ່າງປະເທດ ເພື່ອໃຫ້ສາມາດເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ-ປະສິດທິຜົນສູງສຸດ.

 

*******************************************

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480270
ມື້ນີ້100
ມື້ວານ157
ອາທິດນີ້668
ເດືອນນີ້6501