ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ACMECS ໃນຮູບແບບວິດີໂອທາງໄກ

 

2020124-ECO Dept

 

ໃນຕອນເຊົ້າຂອງວັນທີ 03 ທັນວາ 2020, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ,​ ຫົວຫນ້າກົມເສດຖະກິດ   ທັງເປັນຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ແອັກແມັກ (ACMECS) ຂອງສປປລາວພ້ອມດ້ວຍຄະນະຈາກ ຂະແຫນງການກ່ຽວຂ້ອງ   ໄດ້ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ແອັກແມັກ ໃນຮູບແບບທາງໄກ, ໂດຍການເປັນປະທານຂອງ ທ່ານ Sok Soken, ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ, ຕາງຫນ້າຫົວຫນ້າເຈົ້າຫນ້າທີ່ອາວຸໂສ ACMECS ຂອງກໍາປູເຈຍ ແລະ ໄດ້ມີບັນດາ ທ່ານຫົວຫນ້າເຈົ້າຫນ້າທີ່ອາວຸໂສ ຂອງປະເທດສະມາຊິກ ແອັກແມັກ ເຂົົ້າຮ່ວມກອງປະຊຸມດັ່ງກ່າວ.

ຈຸດປະສົງ ໃນການຈັດກອງປະຊຸມ ຄັ້ງນີ້ແມ່ນເພື່ອກະກຽມໃຫ້ແກ່ກອງປະຊມສຸດຍອດ ACMECS ຄັ້ງທີ 9 ທີ່ຈະຈັດຂຶ້ນໃນວັນທີ 9 ທັນວາ 2020 ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ເອກະສານສໍາຄັນ ທີ່ ຜູ້ນໍາປະເທດແອັກແມັກ ຈະຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງໃນນັ້ນມີ ຖະແຫລງການພະນົມເປັນ ຂອງກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 9, ພະລາບົດບາດຂອງກອງທຶນພັດທະນາແອັກແມັກ (Terms of Reference of theACMECS Development Fund); ເອກະສານແນວຄວາມຄິດ ວ່າດ້ວຍ ກົນໄກການເຮັດວຽກສໍາລັບຄະນະກໍາມະການປະສານງານແອັກແມັກ ພາຍໃຕ້ແຜນແມ່ບົດແອັກແມັກ 2019-2023 (Concept Paper on Working Mechanism for AMCECS Coordinating Committees under ACMECS Master Plan 2019-2023) ແລະ ໂຄງການບູລິມະສິດ (List of Prioritized Projects). ໃນໂອກາດດຽວກັນນີ້ ບັນດາເຈົ້າຫນ້າທີ່ອາວຸໂສ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ທິດທາງການຮ່ວມມື ກັບບັນດາຄູ່ຮ່ວມພັດທະນາ ຂອງ ແອັກແມັກ ໃນປະຈຸບັນ ແລະ ຕໍ່ຫນ້າ.

ພ້ອມດຽວກັນນີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວຫນ້າກົມເສດຖະກິດ ໄດ້ເນັ້ນໜັກເຖິງບົດບາດຄວາມສໍາຄັນ ຂອງການຮ່ວມມືແອັກແມັກໃນພາກພື້ນ ກໍຄື ການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງປະຊາຄົມອາຊຽນ ແລະ ເປັນແຮງຂັບເຄື່ອນ ໃຫ້ແກ່ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ພ້ອມທັງສົ່ງເສີມການເຊື່ອມຈອດ ກັບພາກພື້ນ, ຊຶ່ງ ສປປ ລາວ ໄດ້ປະກອບຄໍາເຫັນຕໍ່ ການກະກຽມທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ບົນພື້ນຖານການຮັບປະກັນຜົນປະໂຫຍດລວມ ຂອງພາກພື້ນ ກໍຄື ການຊຸກຍູ້ການພັດທະນາ ແລະ ການຟື້ນຟູສະພາບເສດຖະກິດ-ສັງຄົມ ຂອງ ແຕ່ລະປະເທດສະມາຊິກ ໃນປະຈຸບັນ ລວມທັງ ພາຍຫລັງ ການແຜ່ລະບາດຂອງພະຍາດໂຄວິດ-19 .

ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ, ສາມາດບັນລຸຕາມຈຸດປະສົງເປົ້າໝາຍ ທີ່ວາງໄວ້ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ທີ່ໃກ້ຈະມາເຖິງນີ້.           

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484561
ມື້ນີ້77
ມື້ວານ188
ອາທິດນີ້999
ເດືອນນີ້3866