ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີເອຢິບ

 

AmbBounname

 

ໃນວັນທີ 8 ມີນາ 2021, ທີ່ທໍານຽບປະທານາທິບໍດີນະຫຼອນຫຼວງ ໄຄໂຣ, ສາທາລະນະລັດ ອາຣັບ ເອຢິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອັບເດວ ຟາຕາ ອານ-ສິສິ (Abdel Fattah Al-Sisi),     ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ອາຣັບ ເອຢິບ ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງນິວເດນລີ, ປະເທດອິນເດຍ.

ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ແລະ ຖືເປັນກຽດຢ່າງສູງທີ່ພະນະທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດປະຈໍາປະເທດເອຢິບນີ້ ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບທີ່ມີມູນເຊື້ອດີງາມ ແລະ ການຮ່ວມມືສອງຝ່າຍໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານເອກອັກຄະລັດຖະທູດລາວກໍໄດ້ນໍາເອົາຄໍາອວຍພອນໄຊອັນປະເສີດຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງພະນະທ່ານປະທານາທິບໍດີ ອັບເດວ ຟາຕາ ອາວ-ສິສິ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສໍາເລັດໃນໜ້າທີ່ອັນສູງສົ່ງ.

ສປປ ລາວ ແລະ ສາທາລະນະລັດ ອາຣັບ ເອຢິບ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1976 ເຊິ່ງຈະໝູນວຽນບັນຈົບຮອບ 45 ປີ ໃນເດືອນພະຈິກ 2021 ທີ່ຈະມາເຖິງນີ້, ເຖິງວ່າສອງປະເທດມີພູມສາດກາຍຍະພາບທີ່ແຕກຕ່າງກັນ ແຕ່ກໍມີຫຼາຍທ່າແຮງ ແລະ ຄວາມອາດສາມາດທີ່ຈະຮ່ວມມື ແລະ ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນໄດ້, ໂດຍສະເພາະການຄຸ້ມຄອງຊັບພະຍາກອນນໍ້າ ຊຶ່ງ ສປປ ລາວ ກໍມີແມ່ນໍ້າຂອງທີ່ຍາວຢຽດແຕ່ເໜືອເຖິງໃຕ້ ແລະ ເອຢິບກໍມີແມ່ນໍ້ານາຍ (Nile) ທີ່ມີຊື່ສຽງ ແລະ ຍາວທີ່ສຸດໃນໂລກປະມານ 6650 ກມ ໄຫຼຜ່ານແຕ່ໃຕ້ຫາເໜືອຂອງປະເທດ; ປະເທດເອຢິບຍັງມີບົດຮຽນໃນການຄຸ້ມຄອງການທ່ອງທ່ຽວ, ກະສິກໍາ ແລະ ອື່ນໆ. ໃນໄລຍະຜ່ານມາ, ເຖິງວ່າການພົວພັນ ແລະ ຮ່ວມມືຂອງສອງຝ່າຍໃນຫຼາຍດ້ານຍັງຢູ່ໃນຂອບເຂດຈໍາກັດ, ແຕ່ສອງຝ່າຍກໍໄດ້ພະຍາຍາມສ້າງເງື່ອນໄຂເອື້ອອໍານວຍ ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ການນໍາຂອງສອງປະເທດໄດ້ແລກປ່ຽນສານອວຍພອນ ແລະ ສານສະແດງຄວາມເຫັນອົກເຫັນໃຈຊຶ່ງກັນ ແລະ ກັນໃນໂອກາດສໍາຄັນຕ່າງໆ; ທັງສອງປະເທດກໍ່ໄດ້ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນໃນລະດັບຕ່າງໆ ແລະ ໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ. ໃນປີ 2001 ຫາ 2013, ລັດຖະບານເອຢິບໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະການສະໜອງທຶນການສຶກສາ 5 ທຶນ, ໃນນີ້ທາງດ້ານກະສິກໍາ 3 ທຶນ ແລະ ພາສາອາຣັບ 2 ທຶນ.

ສາທາລະນະລັດ ອາຣັບ ເອຢິບ ມີເນື້ອທີ່ທັງໝົດ 1,01 ລ້ານຕາຕະລາງກິໂລແມັດ ແລະ ມີປະຊາກອນທັງໝົດປະມານ100,4 ລ້ານຄົນ (ຕົວເລກໃນປີ 2019). ເອຢິບເປັນໜຶ່ງໃນບັນດາປະເທດທີ່ຕັ້ງຢູ່ໃນທະວີບອາຟຣິກາຕອນ   ເໜືອທີ່ມີຊື່ສຽງໂດງດັງທີ່ສຸດທາງດ້ານການທ່ອງທ່ຽວໃນໂລກ, ໂດຍສະເພາະ ປີລະມິດ (Pyramid of Khafre) ທີ່ເປັນສະຖານທີ່ທ່ອງທ່ຽວບູຮານຄະດີ ທີ່ເກົ່າແກ່ຫຼາຍພັນປີ ຊຶ່ງໄດ້ນໍາລາຍໄດ້ຫຼັກມາສູ່ປະເທດຢ່າງຫຼວງຫຼາຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485752
ມື້ນີ້51
ມື້ວານ206
ອາທິດນີ້788
ເດືອນນີ້5057