ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ຫົວໜ້າໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ຄົນໃໝ່

20210317VN1

 

ວັນທີ 17 ມີນາ 2021, ທີ່ ຫ້ອງວ່າການສູນກາງ ພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມ​ຄະນະ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ສະຫາຍ ຫງວຽນ ຈ້ອງ ​ເຫງ້ຍ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ພັກກອມມູນິດຫວຽດນາມ ​ເນື່ອງ​ໃນ​ໂອກາດທີ່ສະຫາຍ​ຮັບ​ຕຳ​ແໜ່ງ​ໃໝ່.

 

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກອມມູນິດຫວຽດນາມໂດຍສະພາະແມ່ນມາຮັບດຳລົງຕຳແໜ່ງໃໝ່ຂອງສະຫາຍ ຫງວຽນ ຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມແລະຍັງໄດ້ຝາກຄວາມຢື້ຢາມຖາມຂ່າວຂອງ ສະຫາຍ ຄຳພັນ ເຜີຍຍະວົງ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຖິງ ສະຫາຍ ຫງວຽນ ຈ້ອງເຫງ້ຍ ອີກດ້ວຍ.

 

ສະຫາຍ ຫງວຽນ ຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຊົມເຊີຍທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດ ເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ ພ້ອມຄະນະທີ່ໄດ້ມາອວຍພອນເຊິ່ງເປັນປະເທດທຳອິດໃນໄລຍະທີ່ສະຫາຍມາຮັບຕຳແໜງໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ, ສາຍພົວພັນອັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ສອງກອງທັບແລປະຊາຊົນສອງຊາດ ລາວ-ຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

 

ພ້ອມດຽວກັນນັ້ນ, ສະຫາຍ ຫງວຽນ ຈ້ອງເຫງ້ຍ ​ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຜູ້ແທນທົ່ວປະເທດຂອງ ສປປ ລາວແລະ ກໍຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ຜ່ານສະຫາຍເອກອັກຄະລັດຖະທູດໄປຍັງ ສະຫາຍຄຳພັນ ເຜີຍຍະວົງ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມທັງໄດ້ເນັ້ນຕື່ມວ່າ ຈະໃຫ້ການຮ່ວມມືຢ່າງສະໜິດແໜ້ນ ໃນທຸກວຽກງານເປັນຕົ້ນແມ່ນ ການຮ່ວມມື ລະຫວ່າງສອງຄະນະໂຄສະນາຫວຽດນາມ-​ລາວ.

 

ໃນໂອກາດດັ່ງກ່າວ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ. ຫວຽດນາມ, ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນຳເອົາຄຳຢື້ຢາມຖາມຂ່າວຂອງ ສະຫາຍ ຫງວຽນ ຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ພັກຄອມມູນິດຫວຽດນາມ ແຈ້ງໄປຍັງ ສະຫາຍ ຄຳພັນເຜີຍຍະວົງ, ​ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ​​ແລະຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນຫງອກງາມຂຶ້ນເລື້ອຍໆໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480422
ມື້ນີ້80
ມື້ວານ172
ອາທິດນີ້820
ເດືອນນີ້6653