ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ຮັບຫຼຽນກາລະນຶກ ຈາກສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ

 

20210319LNV

 

ໃນຕອນ​ຄ່ຳ​ຂອງ​ວັນ​ທີ 19 ມີນາ 2021, ທີ່​ ໂຮງ​ແຮມ​ມີ​ເລຍ, ນະຄອນຫຼວງ​ຮ່າ​ໂນ້ຍ, ​ໄດ້​ມີ “ພິທີພົບປະເພື່ອນມິດສາກົນ ຂອງຄະນະ​ບໍລິຫານ​ງານຊາວໜຸ່ມກອມມູນິດໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ວັນສ້າງຕັ້ງຄະນະຊາວ​ໜຸ່ມກອມມູນິດໂຮ່ຈິມິນ (ວັນ​ທີ 26 ມີນາ 1931-26 ມີນາ 2021), ໂດຍການເຂົ້າຮ່ວມຂອງ ສະຫາຍ ​ເລ ຮ່ວາຍ ຈູງ (Le Hoai Trung), ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນ​ກາງ ​ພັກ​ກອມ​ມູນິດ​ຫວຽດນາມ, ສະຫາຍ ຮວ່າງ ບິ່ງ ກວນ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຄະນະພົວພັນຕ່າງປະເທດສູນ​ກາງ​ພັກ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການຂອງສູນກາງ. ນອກ​ນັ້ນ, ​ຍັງ​ມີຜູ້ປະສານງານຂອງສະຫະປະຊາຊາດ ປະຈຳ ຫວຽດນາມ, ຜູ້ຕາງໜ້າບັນດາອົງການການທູດ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ຫວຽດນາມ ​ເຂົ້າ​ຮ່ວມ​ປະ​ມານ 200 ຄົນ.

 

ໃນ​ພິທີ ສະຫາຍ ຫງວຽນ  ​ແອ​ງ ຕ່ວນ (Nguyen Anh Tuan), ກຳມະການສູນກາງພັກ, ເລຂາທີໜຶ່ງຄະນະຊາວໜຸ່ມ, ປະທານສະຫະພັນຊາວໜຸ່ມຫວຽດນາມ ໃຫ້​ຮູ້ວ່າ: ອາດຈະບໍ່ມີປະເທດ​ໃດໃນໂລກທີ່ຄືກັບຫວຽດນາມ ທີ່ໄດ້ກຳນົດ​ເອົາ 1 ​ເດືອນ ​ ໃນ 1 ປີ ໄວ້ໃນກົດໝາຍວ່າ​ດ້ວຍຊາວໜຸ່ມ, ໂດຍສະເພາະແມ່ນເດືອນມີນາຂອງ​ທຸກໆ​ປີ, ​ເປັນເດືອນຂອງຊາວໜຸ່ມຫວຽດນາມ ແລະ ເດືອນມີນາ ປີ 2021 ແມ່ນເດືອນຊາວໜຸ່ມທີ່ພິເສດ, ເມື່ອຊາວໜຸ່ມຫວຽດນາມ ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງຄະນະ​ບໍລິຫານ​ງານຊາວໜຸ່ມ ກອມມູນິດໂຮ່ຈິມິນ ຄົບຮອບ 90 ປີ.

 

ຕາງໜ້າຄະນະບໍລິຫານ​ງານ​ຊາວ​ໜຸ່ມ ສະຫາຍ ຫງວຽນ ​ແອ​ງ ຕ່ວນ ຢືນຢັນວ່າ: ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມກອມມູນິດໂຮ່ຈີມິນ ຍາມໃດກໍ່ພ້ອມແລ້ວທີ່ຈະເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບ ຕໍ່ບັນດາອົງການຊາວໜຸ່ມທີ່ກ້າວໜ້າ ແລະ ບັນດາອົງການຈັດ​ຕັ້ງຕ່າງປະເທດ, ອົງການຈັດຕັ້ງສາກົນ, ອົງການ​ຈັດ​ຕັ້ງທີ່​ບໍ່​ຂື້ນ​ກັບ​ລັດຖະບານ,  ບັນດາອົງການຈັດຕັ້ງບົນພື້ນຖານການໂຄສະນາຮ່ວມກັນໂດຍ​ສັນຕິ ແລະ ພ້ອມ​ກັນ​ພັດທະນາ.

 

ເນື່ອງໃນໂອກາດນີ້, ຄະນະບໍລິຫານ​ງານສູນກາງຊາວ​ໜຸ່ມ ໄດ້ມອບຫຼຽນກາ​ລະນຶກ​ເພື່ອ​ຄົນລຸ້ນໜຸ່ມ ​ເປັນ​ຫຼຽນອັນສູງສົງຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃຫ້ແກ່ບຸກຄົນຕ່າງປະເທດ 15 ສະຫາຍ, ​ໃນ​​ນັ້ນ​ ມີການ​ນຳ​ສະຖານທູດ​ລາວ 3 ສະຫາຍ ຄື: ສະຫາຍ ​ແສງ​ເພັດ​ຮຸ່ງ  ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດ ວິສາມັນຜູ້​ມີ​ອຳນາດ​ເຕັມ  ​ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ສະຫາຍ ຈັນທະ​ພອນ ຄຳ​ມະນີ​ຈັນ, ຮອງຫົວໜ້າ​ສຳນັກງານສະຖານທູດ, ສະຫາຍ ຄຳ​ສິງ ດວງ​ວັນ​ດີ, ທີ່​ປຶກສາ,​ ​ກໍໄດ້​ຮັບ​ຫຼຽນ​ດັ່ງກ່າວ ໄດ້ປະກອບສ່ວນຫຼາຍຢ່າງ ເຂົ້າໃນການພັດທະນາຊາວໜຸ່ມຫວຽດນາມ, ແລະ ຊຸກຍູ້ການຮ່ວມມື ລະຫວ່າງ ຊາວໜຸ່ມ, ​ເຍົາວະ​ຊົນ​ລາວ​ກັບ​ຊາວ​ໜຸ່ມ, ​ເຍົາວະ​ຊົນ​ຫວຽດນາມ.


ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485363
ມື້ນີ້64
ມື້ວານ227
ອາທິດນີ້399
ເດືອນນີ້4668