ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ບັນດາແຂວງແທັງຮວ້າ, ແຂວງເຫງະອານ, ແຂວງຮ່າຕິ້ງ, ແຂວງກວາງບີງ ແລະ ທະຫານເຂດ 4 ສສ ຫວຽດນາມ

202141-em-viet-visit-ngoc-an1 202141-em-viet-visit-ngoc-an2

202141-em-viet-visit-ngoc-an3 202141-em-viet-visit-ngoc-an4

202141-em-viet-visit-ngoc-an5

ໃນລະຫວ່າງວັນທີ 22-27 ມີນາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງແທັງຮວ້າ, ແຂວງເຫງະອານ, ແຂວງຮ່າຕິ້ງ, ແຂວງກວາງບີງ ແລະ ທະຫານເຂດ 4.

ໃນໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ໄດ້ພົບປະ ແລະ ເຮັດວຽກ ກັບ ສະຫາຍ ເດົາ ແທງ ຕຸງ, ກຳມະການພັກແຂວງ, ຮອງປະທານຄະນະກໍາມະການປະຊາຊົນແຂວງແທັງຮວ້າ; ສະຫາຍ ຫງວຽນ ດຶກ ຈຸງ, ກຳມະການສູນກາງພັກ, ປະທານຄະນະກໍາມະການປະຊາຊົນແຂວງເຫງະອານ; ສະຫາຍ ຮວ່າງ ຈຸງ ຢຸ້ງ, ກຳມະການສູນກາງພັກ, ເລຂາພັກແຂວງຮ່າຕິ້ງ; ສະຫາຍ ຫວູ້ ດ້າຍ ຖັ້ງ, ກຳມະການສູນກາງພັກ, ເລຂາພັກແຂວງກວາງບີງ ແລະ ສະຫາຍ ພົນຈັດຕະວາ ຮ່າ ເຕິນ ຕ້ຽນ, ຮອງຜູ້ບັນຊາການທະຫານເຂດ 4 ຊຶ່ງໃນການພົບປະ ແລະ ເຮັດວຽກໃນຄັ້ງນີ້: ການ​ນຳ​ແຕ່ລະ​ແຂວງ ແລະ ທະ ຫານເຂດ 4 ກໍສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ, ຕີລາຄາສູງທີ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ, ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາແຂວງທ້ອງຖິ່ນ ແລະ ທະຫານເຂດ 4 ຂອງຫວຽດນາມ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າໃນຖານະອັນສູງສົ່ງຂອງສະຫາຍ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນການພົວພັນຮ່ວມມືລະຫວ່າງບັນດາແຂວງທ້ອງຖິ່ນ ແລະ ທະຫານເຂດ 4 ຂອງຫວຽດນາມ ກັບ ບັນດາແຂວງທ້ອງຖິ່ນ, ກອງທັບປະຊາຊົນລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ. ນອກຈາກນີ້, ຄະນະກໍຍັງໄດ້ຮັບຟັງການລາຍງານສະ ພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງໂດຍຫຍໍ້, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນທຸກຂະແໜງການ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນມະນຸດຂອງບັນດາແຂວງເຫຼົ່ານັ້ນ ໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງແຮກສ່ຽວຂອງລາວ.

ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງອຳນາດການປົກຄອງ, ການນໍາ, ບັນດາພະແນກການ 4 ແຂວງ ແລະ ທະຫານເຂດ 4 ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ຢືນຢືນວ່າ: ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ໂດຍສະເພາະແມ່ນ 4 ແຂວງພາກກາງ ແລະ ທະຫານເຂດ 4 ຂອງຫວຽດນາມກັບບັນດາແຂວງແຮກສ່ຽວ ແລະ ກອງທັບປະຊາຊົນລາວ, ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນ 4 ແຂວງພາກກາງຫວຽດນາມ ແລະ ທະຫານເຂດ 4 ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ, ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວຕະຫຼອດມາ ບໍ່ວ່າຈະຢູ່ສະໄໝຕໍ່ສູ້ປົດປ່ອຍຊາດ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນປັດຈຸບັນ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມສະໜິດສະໜົມ, ໝົດຈິດໝົດໃຈຂອງພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ ສປປ ລາວ ພິເສດແມ່ນການຊ່ວຍກໍ່ສ້າງບຸກຄະລາກອນໃຫ້ແກ່ລາວ ທີ່ຈະເປັນກຳລັງຫຼັກ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຈັດກອງປະຊຸມອົງຄະນະພັກແຕ່ລະແຂວງ ຊຶ່ງເປັນການປະກອບສ່ວນໃຫ້ແກ່ຜົນສຳ ເລັດລວມຂອງກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ຕີລາຄາສູງຕໍ່ບັນດາໝາກຜົນທີ່ຍາດມາໄດ້ຂອງປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນ 4 ແຂວງພາກກາງຂອງຫວຽດນາມໃນຈັດຕັ້ງແຜນການພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີທີ່ຜ່ານມາ, ພິເສດໃນປີ 2020 ເຖິງວ່າຈະຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ໄພພິບັດທຳມະຊາດກໍຕາມ ແຕ່ກໍສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ເຮັດໃຫ້ແຂວງມີໂສມໜ້າໃໝ່, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ຈາກບັນດາໝາກຜົນສຳເລັດດັ່ງກ່າວ, ໄດ້ກາຍ ເປັນພື້ນຖານອັນສຳຄັນທີ່ກອງປະຊຸມໃຫຍ່ ຄັ້ງທີ XIII ວາງແຜນການພັດທະ ນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ ກໍຄືວິໄສທັດຮອດປີ 2030 ໃນໂອກາດທີ່ສະເຫຼີມສະຫຼອງ 100 ປີ ວັນສ້າງຕັ້ງພັກກອມມູນິດຫວຽດ ນາມ (3/2/1930-3/2/2030) ເພື່ອເຮັດໃຫ້ຫວຽດນາມກາຍເປັນປະເທດທີ່ກຳລັງພັດທະນາມີລາຍຮັບສູງປານກາງ ແລະ ຮອດປີ 2045 ກາຍເປັນປະເທດພັດທະນາມີລາຍຮັບສູງ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງປະເທດສາທະລະນະລັດ ປະຊາທິປະໄຕຫວຽດນາມ ຄົບຮອບ 100 ປີ (2/9/1945-2/9/2045).

ນອກຈາກນີ້, ຄະນະຍັງໄດ້ໄປພົບປະ ແລະ ເຮັດວຽກກັບຄະນະອຳນວຍການ, ຄູອາຈານຂອງມະຫາວິທະນາໄລຮົງດຶກ (ແຂວງແທັງຮວ້າ), ມະຫາວິທະຍາໄລວິງ (ແຂວງເຫງະອານ), ມະຫາວິທະຍາໄລຮ່າຕິ້ງ (ແຂວງຮ່າຕິ້ງ) ແລະ ມະຫາວິທະຍາໄລກວາງບີງ (ແຂວງກວາງບີງ) ພ້ອມທັງພົບປະໂອ້ລົມກັບນັກສຶກສາລາວທີ່ກຳລັງສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາສະຖາບັນການສຶກສາຕ່າງໆ ຢູ່ 4 ແຂວງດັ່ງກ່າວ ໂດຍສະຫາຍເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກບັນຫາຄຸນນະພາບການສຶກສາ, ເພີ່ມທະວີຄວາມສາມັກຄີລະ ຫວ່າງ ນ້ອງນັກສຶກສາຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກຢ່າງເຂັ້ມງວດ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485428
ມື້ນີ້129
ມື້ວານ227
ອາທິດນີ້464
ເດືອນນີ້4733