ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກຜ່ານລະບົບອອນລາຍເພື່ອຜ່ານຮ່າງທໍາອິດບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ

 

2021426-sdgs2

2021426-sdgs1

 

2021426-sdgs3

 

ໃນວັນທີ 23 ເມສາ 2021, ກອງເລຂາຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ໄດ້ຈັດກອງປະຊຸມທາງໄກຜ່ານລະບົບອອນລາຍ ເພື່ອຜ່ານຮ່າງທໍາອິດບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ຂອງ ສປປ ລາວ ຮ່ວມກັບອົງການເຄືອຂ່າຍ ສປຊ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ. ກອງປະຊຸມໄດ້ແບ່ງອອກເປັນ 2 ພາກຄື: ພາກເຊົ້າ ແມ່ນປະຊຸມຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ແລະ ອົງການເຄືອຂ່າຍ ສປຊ ຢູ່ ສປປ ລາວ, ຊຶ່ງດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ, ຜູ້ຕາງໜ້າຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ສໍາລັບພາກບ່າຍ ແມ່ນປະຊຸມກັບ ບັນດາອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ. ກອງປະຊຸມໃນຄັ້ງນີ້ມີຜູ້ຕາງໜ້າຈາກຈຸດປະສານງານ ປພຍ ແຫ່ງຊາດ ຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ຜູ້ຕາງໜ້າບັນດາອົງການເຄືອຂ່າຍ ສປຊ, ລວມທັງຜູ້ຕ່າງໜ້າຈາກອົງການ ສປຊ ຂອງພາກພື້ນມີ UNDESA, UNESCAP,UNSDF, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເຂົ້າຮ່ວມຫຼາຍກ່ວາ 120 ທ່ານ.

ກອງປະຊຸມໃນຄັ້ງນີ້ແມ່ນການສືບຕໍ່ການຈັດກອງປະຊຸມປຶກສາຫາລືກັບຈຸດປະສານງານ ປພຍ ແຫ່ງຊາດ ກ່ຽວກັບຮ່າງທໍາອິດຂອງບົດລາຍງານ VNR ສະບັບທີ 2 ຂອງ ສປປ ລາວ, ທີ່ຈັດຂື້ນໃນວັນທີ 17 ມີນາ 2021 ທີ່ຜ່ານມາ, ຊຶ່ງຈຸດປະສົງຫຼັກ ແມ່ນເພື່ອສືບຕໍ່ຄວາມພະຍາຍາມໃນການສົ່ງເສີມສົ່ງການມີສ່ວນຮ່ວມກັບທຸກພາກສ່ວນໃນສັງຄົມ, ໂດຍສະເພາະແມ່ນ ບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນມີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ, ໃນການສົນທະນາ ແລະ ປຶກສາຫາລືກ່ຽວກັບ ຮ່າງທໍາອິດບົດລາຍງານVNRສະບັບທີ 2 ຂອງ ສປປ ລາວ ທີ່ຈະນໍາສະເໜີຕໍ່ກອງປະຊຸມເວທີການເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2021, ເຊິ່ງຜົນຂອງກອງປະຊຸມຈະນໍາໄປພິຈາລະນາເພື່ອສືບຕໍ່ປັບປຸງເນື້ອໃນຂອງບົດລາຍງານ ໃຫ້ມີຄວາມສົມບູນ ແລະ ສອດຄ່ອງ ກັບສະພາບການພັດທະນາຕົວຈິງຂອງປະເທດເຮົາ.

ຂະບວນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ (VNR)ແມ່ນມີຄວາມສໍາຄັັນໃນການຂັບເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງກອງປະຊຸມທົບທວນຄືນ 3 ປີ ຂອງຄະນະຊິ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດວາລະ 2030 ແລະ ການພັດທະນາແບບຍືນຍົງ ທີ່ຈັດຂື້ນໃນປີ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ,ປະທານຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ.ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ ເປັນຄັ້ງທີ່ 2 (ສະບັບທໍາອິດ ແມ່ນສົ່ງໃນປີ 2018) ທີ່ຈະລາຍງານຕໍ່ກອງປະຊຸມເວທີການເມືອງລະດັບສູງເພື່ອການພັດທະນາແບບຍືນຍົງຂອງ ອົງການ ສປຊ ໃນເດືອນກໍລະກົດ ປີ 2021,ໂດຍສະບັບທີ 2 ນີ້ ຈະນໍາເອົາຜົນຂອງການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດ 5 ປີ ຄັ້ງທີ VIIIແລະ ທິດທາງການເຊື່ອມສານ ປພຍ ເຂົ້າໃນແຜນງານ 5 ປີ ຄັ້ງທີ IXເຂົ້າໃນການລາຍງານ ແລະ ຈະລົງເລິກການລາຍງານ 9 ເປົ້າໝາຍການພັດທະນາທີ່ເປັນບູລິມະສິດ ຄື: ປພຍ 1 ລົບລ້າງຄວາມທຸກຍາກ, ປພຍ 2 ລົບລ້າງຄວາມອຶກຫິວ, ປພຍ 3 ການມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ, ປພຍ 4 ມີການສຶກສາທີ່ມີຄຸນນະພາບ, ປພຍ 5 ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ປພຍ 8 ການມີວຽກເຮັດງານທໍາທີ່ມີກຽດ ແລະ ເສດຖະກິດມີການຂະຫຍາຍໂຕ, ປພຍ 13 ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ, ປພຍ 17 ເປັນຄູ່ຮ່ວມມືເພື່ອເປົ້າໝາຍການພັດທະນາແບບຍືນຍົງ ແລະ ປພຍ 18 ຊີວິດປອດໄພຈາກລະເບີດບໍ່ທັນແຕກ ເຊິ່ງເປັນເປົ້າໝາຍແຫ່ງຊາດ, ແລະ ໃນນັ້ນ ມີ 6 ເປົ້າໝາຍຄືກັນກັບເປົ້າໝາຍທີ່ສາກົນໄດ້ກໍານົດເພື່ອທົບທວນໃນປີນີ້.

ໃນໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງການສົ່ງບົດລາຍງານແຫ່ງຊາດແບບສະໝັກໃຈ, ​ຊຶ່ງການສົ່ງບົດລາຍງານດັ່ງກ່າວ ບໍ່ພຽງແຕ່ຈະສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າຂອງລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບ ເປົ້າໝາຍການພັດທະນາທີ່ເປັນບູລິມະສິດຂອງຊາດ,ແຕ່ຍັງເປັນໂອກາດອັນດີໃນການຕິດຕາມ-ປະເມີນ, ຄຽງຄູ່ກັບການທົບທວນຄືນ ແລະ ລາຍງານຄວາມຄືບໜ້າ,ຜົນສໍາເລັດ,ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດວາລະສາກົນໃນໄລຍະທີ່ຜ່ານມາອີກດ້ວຍ.ພ້ອມດຽວກັນນີ້,ທ່ານປະທານ ໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ, ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງບັນດາອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ໃນການຮ່າງບົດລາຍງານສະບັບທີ່ 2 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນມີຄວາມສົມບູນ, ສອດຄ່ອງ ແລະ ເປັນເອກະພາບກັນ ບົນພື້ນຖານພ້ອມກັນກ້າວໄປ, ​ຊຶ່ງນີ້ຍັງຈະສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງພາກລັດໃນການວາງແນວທາງ,ນະໂຍບາຍ ແລະ ການເຊື່ອມສານວາລະການພັດທະນາດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດໃນແຕ່ລະໄລຍະອີກດ້ວຍ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485399
ມື້ນີ້100
ມື້ວານ227
ອາທິດນີ້435
ເດືອນນີ້4704