ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດໂຮນລັງ ເຂົ້າຢ້ຽມອຳລາ ໃນໂອກາດສຳເລັດຫນ້າທີ່ການທູດ

 

 

Holland

 

 

ໃນຕອນເຊົ້າຂອງວັນທີ 29 ກໍລະກົດ 2021, ທ່ານ ແສງ ສຸຂະທິວົງເອກອັກຄະລັດຖະທູດ ສປປ. ລາວ ປະຈຳຣາຊະອານາຈັກໄທ ທີ່ບາງກອກ ໄດ້​​ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ກີ ປິເຕີ ເຣັດ (Kees Pieter Rade) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໂຮນລັງ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ໃນໂອກາດທີ່ສຳເລັດໜ້າທີ່ການທູດຂອງທ່ານ.

 

ໃນໂອກາດດັ່ງກ່າວ, ທ່ານທູດ ແສງ ສຸຂະທິວົງ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດຢ່າງຫ້າວຫັນ ຂອງ ທ່ານ ກີ ປິເຕີ ເຣັດ ເຊິ່ງໄດ້ສົ່ງເສີມສາຍພົວພັນມິດຕະພາບແລະ ການຮ່ວມມືລະຫວ່າງ ສປປ. ລາວ ແລະ ຣາຊະອານາຈັກໂຮນລັງ ກໍຄືລະຫວ່າງສອງສະຖານເອກອັກຄະລັດຖະທູດ ລາວ ແລະ ໂຮນລັງ ທີ່ບາງກອກ ໃຫ້​​ມີການຂະຫຍາຍຕົວເພີ່ມຂື້ນ ເປັນຕົ້ນແມ່ນການໃຫ້ທຶນຊ່ວຍເຫຼືອເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນດິນແດນ ສປປ. ລາວ, ການຮ່ວມມືທາງດ້ານການຄ້າ, ກະສິກຳ, ອຸດສາຫະກຳ, ພະລັງງານ ແລະ ອື່ນໆ ໂດຍໄດ້ນຳເອົາຜົນປະໂຫຍດມາສູ່ທັງສອງຝ່າຍ. ພ້ອມນັ້ນ, ທ່ານທູດລາວ ກໍໄດ້ອວຍພອນທ່ານທູດໂຮນລັງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ຫວັງວ່າທ່ານທູດໂຮນລັງ ຈະມີຄວາມຊົງຈຳອັນດີ ແລະ ກັບຄືນມາຢ້ຽມຢາມທ່ອງທ່ຽວທີ່ ສປປ. ລາວ ອີກໃນອະນາຄົດ.

 

ທ່ານ ກີ ປິເຕີ ເຣັດ ໄດ້ສະແດງຄວາມຂອບໃຈ​​ ທ່ານທູດ ແສງ ສຸຂະທິວົງ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ຂໍຝາກຄວາມຂອບໃຈຢ່າງສູງໄປຍັງພະນະທ່ານປະທານປະເທດ, ລັດຖະບານແລະປະຊາຊົນລາວທີ່ໄດ້​​ໃຫ້ການຮ່ວມມືທີ່ດີແລະ ອຳນວຍຄວາມສະດວກທຸກຢ່າງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ປະຈຳ ສປປ. ລາວ, ເຊິ່ງເຮັດໃຫ້ບັນລຸຜົນສຳເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ກີ ປິເຕີ ເຣັດ ໄດ້ສະແດງຄວາມເສຍດາຍທີ່ບໍ່ມີໂອກາດເດີນທາງໄປຢ້ຽມອຳລາການນຳ ຂອງ ສປປ. ລາວ ແລະ ໄປທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທຳອັນສວຍງາມຂອງ ສປປ. ລາວ ຍ້ອນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍຈະຊອກໂອກາດກັບໄປຢ້ຽມຢາມ ໃນຖານະນັກທ່ອງທ່ຽວ ເພາະ ສປປ. ລາວ ມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງ ໂດຍສະເພາະນະຄອນຫຼວງພະບາງ ທີ່ຍັງບໍ່ທັນໄດ້ໄປຢ້ຽມຢາມ.

 

າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໂຮນລັງໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 17 ພະຈິກ 1975.

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480452
ມື້ນີ້110
ມື້ວານ172
ອາທິດນີ້850
ເດືອນນີ້6683