ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ ຄົນໃໝ່.

 

26-8laoviet

 

26-8laoviet1

 

ວັນທີ 26 ສິງຫາ 2021 ທີ່ຫ້ອງວ່າການຄະນະພັກນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ​​​ດິງ ຕຽນ ຢຸງ, ກຳມະການກົມ​ການ​ເມືອງການສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ໃນພິທີສະຫາຍດິງ ຕຽນ ຢຸງ, ເລຂາພັກນະຄອນຫຼວງຮ່າໂນ້ຍ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສະຫາຍ ຫງວຽນ ຊວັນ ຟຸກກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງໄດ້​ເດີນທາງ​ໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຢ່າງເປັນທາງການ​ໃນວັນ​ທີ 9-10 ສິງຫາ 2021 ທີ່ຜ່ານມາການຢ້ຽມຢາມດັ່ງກ່າວເປັນການເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.  ສະຫາຍຕີລາຄາສູງຕໍ່ການມາດຳລົງຕຳແໜ່ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງແລະໄດ້ແຈ້ງໂດຍຫຍໍ້ກ່ຽວກັບສະພາບການເມືອງ, ​ເສດຖະກິດ, ສັງຄົມຂອງນະຄອນຫຼວງຮ່າໂນ້ຍ ໃຫ້ສະຫາຍທູດພ້ອມດ້ວຍຄະນະໄດ້ຮັບຊາບ ໂດຍສະເພາະແມ່ນຜົນສຳເລັດ​ ແລະໄຊຊະນະທີ່ຍາດມາໄດ້ໃນໄລຍະຜ່ານມາທາງດ້ານເສດຖະກິດບັນລຸໄດ້ 7,39 %,ລາຍຮັບສະເລ່ຍ GDP 5.420 ​ໂດລາສະຫະລັດເທົ່າກັບ 1,8 ​​ເທົ່າເປັນອັນດັບທີສອງຂອງປະເທດ. ​

ສະຫາຍ ​​ດິງ ຕຽນ ຢຸງກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມພ້ອມຄະນະທີ່ໄດ້ມາອວຍພອນ,  ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສະຫາຍທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ສອງນະຄອນຫຼວງຮ່າໂນ້ຍ - ວຽງຈັນກໍຄືບັນດາ​ ແຂວງຂອງລາວ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ, ສະຫາຍ ດິງ ຕຽນ ຢຸງ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຂອງ ສປປ ລາວ ລວມທັງ ສະແດງຄວາມຂອບໃຈມາຍັງ ຄະນະບໍລິຫານງານພັກແລະ ອຳນາດການປົກຄອງນະຄອນຫຼວງວຽງຈັນ ທີ່ໄດ້ບິແບ່ງການຊ່ວຍເຫຼືອໃຫ້ແກ່ ນະຄອນຫຼວງຮ່າໂນ້ຍ ໃນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຮອບ 4 ນີ້ ເຖິງວ່າ ລາວຍັງພົບຄວາມຫຍຸ້ງຍາກນາໆປະການກໍຕາມ. ໃນໂອກາດນີ້,ຄະນະພັກນະຄອນຫຼວງຮ່າໂນ້ຍ ພ້ອມດ້ວຍອຳນາດການປົກຄອງນະຄອນຫຼວງຮ່າໂນ້ຍ ກໍໄດ້ມອບເງິນສົດຈຳນວນ 200.000 USD (ສອງແສນໂດລາສະຫະລັດ) ​ໃຫ້ນະຄອນຫຼວງວຽງຈັນແລະ 8 ​ແຂວງພາກເໜືອຂອງສປປລາວເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານແລະ ສະກັດກັ້ນການລະບາດພະຍາດໂຄວິດ-19, ​ໃນນັ້ນຈຳນວນ 40.000 USD (ສີ່ສີບພັນໂດລາສະຫະລັດ) ​​ແມ່ນມອບໃຫ້ນະຄອນຫຼວງວຽງຈັນ, ສ່ວນທີ່ເຫຼືແມ່ນມອບໃຫ້ 8 ​ແຂວງພາກເໜືອຂອງລາວແຂວງລະ 20.000 USD (ຊາວພັນໂດລາສະຫະລັດ).​

ໂອກາດນີ້ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ກ່າວອວຍພອນ ແລະ ສະ​ແດງ​ຄວມຊົມ​ເຊີຍຢ່າງຈິງໃຈຕໍ່ ສະຫາຍ ດິງ ຕຽນ ຢຸງ, ກຳມະການກົມ​ການ​ເມືອງການສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍ​​ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ​ ເລຂາພັກນະຄອນຫຼວງຮ່າໂນ້ຍ ຄົນໃໝ່ ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນແລະ ໄວ້ວາງໃຈຂອງກົມການເມືອງສູນກາງພັກກອມມູນິດຫວຽດນາມຕໍ່ກັບຄວາມຮູ້ຄວາມສາມາດ, ບົດບາດໃນການຊີ້ນໍາ-​ນໍາພາ, ການປະກອບສ່ວນຢ່າງຫ້າວຫັນແລະ ມີປະສິດທິຜົນຂອງສະຫາຍ ໃນໄລຍະຜ່ານມາ.

ພ້ອມດຽວກັນນັ້ນສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ຂອງກອງປະຊຸມໃຫຍ່ຄັ້ງ 13 ຂອງພັກກອມມູນິດຫວຽດນາມ, ຊົມເຊີຍຜົນສຳເລັດການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ 15 ແລະ ສະພາປະຊາຊົນແຕ່ລະຂັ້ນ ສະໄໝ 2021-2026 ໃນທ້າຍເດືອນ 5 ທີ່ຜ່ານມາ, ພິເສດຊົມເຊີຍຜົນສຳເລັດຢ່າງຈົບງາມໃນການຈັດກອງປະຊຸມຄັ້ງ​ປະຖົມ​ມະລຶກ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 15​ ໃນທ່າມກາງມີການລະບາດຂອງເຊື້ອພະຍາດໂຄວິດ-19.

ນອກຈາກນັ້ນສະຫາຍເອກອັກຄະລັດຖະທູດ ກໍຍັງຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ແລະ ເຫັນວ່າ ການຮ່ວມມືສອງນະຄອນຫຼວງນັບມື້ນັບມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ໃນທຸກຂະແໜງການ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ນະຄອນຫຼວງຮ່າໂນ້ຍ ທີ່ມີຕໍ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທ້ອງຖິ່ນຂອງລາວຕະຫຼອດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ນະຄອນຫຼວງຮ່າໂນ້ຍ ກໍຍັງໄດ້ໃຫ້ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ວັດຖຸເງິນຈຳນວນໜຶ່ງໃຫ້ແກ່ນະຄອນຫຼວງວຽງຈັນ ແລະ 8 ແຂວງພາກເໜືອຂອງລາວ. ໂອກາດນີ້, ສະຫາຍເອກອັກຄະລັດຖະທູດຂໍຕາງໜ້າປະຊາຊົນຊາວນະຄອນຫຼວງວຽງຈັນ ແລະ ປະຊາຊົນ 8 ແຂວງພາກເໜືອຂອງລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງອຳນາດການປົກຄອງ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອໝັ້ນວ່າການຊ່ວຍເຫຼືອຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີຢູ່ບັນດາທ້ອງຖິ່ນເຫຼົ່ານັ້ນ.

          ໃນໂອກາດນີ້, ​ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມເຫັນໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ກໍາລັງປະສົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບ 4 ນີ້ ຊຶ່ງເປັນຮອບທີ່ຄວາມຫຍຸ້ງຍາກສັບສົນພໍສົມຄວນ ແຕ່ກໍເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ການຕັດສິນໃຈອັນເດັດດ່ຽວ, ມາດຕະການຮັບມືຢ່າງມີປະສິດທິພາບຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຫວຽດນາມ, ຫວຽດນາມຈະສາມາດຍາດໄດ້ໄຊຊະນະໃນການຄວບຄຸມການລະບາດຂອງເຊື້ອພະຍາດດັ່ງກ່າວໂດຍໄວ ເພື່ອໃຫ້ປະຊາຊົນກັບມາດຳລົງຊີວິດ​​ປົກກະຕິ.

          ໃນໂອກາດວັນຊາດ ສສ ຫວຽດນາມ ທີ 2 ກັນຍາ (2/9/1945-2/9/2021) ຄົບຮອບ 76 ທີ່ໃກ້ຈະໝູນວຽນມາເຖິງນີ້, ສະຫາຍ​ ​ແສງເພັດ ຮຸ່ງບຸນຍວງ ກໍໄດ້ອວຍພອນໄຊອັນປະເສີດມາຍັງສະຫາຍ​ ດິງ ຕຽນ ຢຸງ, ກຳມະການກົມການເມືອງສູນກາງພັກ, ເລຂາພັກນະຄອນຫຼວງຮ່າໂນ້ຍພ້ອມດ້ວຍບັນດາສະຫາຍຫວຽດນາມ ແລະ ປະຊາຊົນຊາວນະຄອນຫຼວງຮ່າໂນ້ຍທຸກທົ່ວໜ້າ ຈົ່ງມີພາລະນະໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານອັນສູງສົ່ງຂອງຕົນ.

ໃນຕອນທ້າຍ, ສະຫາຍແສງເພັດຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480422
ມື້ນີ້80
ມື້ວານ172
ອາທິດນີ້820
ເດືອນນີ້6653