ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າອວຍພອນ ຄະນະນຳກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ. ຫວຽດນາມ ຄົບຮອບ 76 ປີ

 

SengphetVietnam1SengphetVietnam2

 

 

ໃນວັນທີ 01 ກັນຍາ 2021, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມຄະນະຈາກສະຖານທູດລາວ ເຂົ້າອວຍພອນ ສະຫາຍ ຫງວຽນ ກວັກ ຢູ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).

ໂອກາດນີ້ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈມາຍັງ ສະຫາຍ ຫງວຽນ ກວັກ ຢຸ້ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ທີ່ໄດ້ຍາດເວລາອັນມີຄຸນຄ່າຕ້ອນຮັບຄະນະ, ພ້ອມທັງຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ນຳພາຄະນະສະຖານທູດ ມາອວຍພອນກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 76 ປີ.

ສະຫາຍເອກອັກຄະລັດຖະທູດ ຕີລາຄາສູງຕໍ່ຜົນສໍາເລັດດ້ານຕ່າງໆຂອງຫວຽດນາມ ທີ່ຍາດມາໄດ້ໃນຕະຫລອດໄລຍະ 76 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະຊາຊົນຫວຽດນາມອ້າຍນ້ອງຕໍ່ສູ້ຢ່າງພິລະອາດຫານ ເພື່ອຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະຕະຫຼອດໄລຍະກວ່າ 3 ທົດສະວັດ ແຫ່ງການປະຕິບັດພາລະກິດ​​ປ່ຽນແປງ​​ໃໝ່, ຫວຽດນາມ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ, ພັດທະນາຢ່າງແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດເຊັ່ນ: ການເມືອງມີຄວາມໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ​ ໄດ້ກາຍເປັນກຳລັງຫຼັກ​ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ​ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະດີຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ, ຖານະບົດບາດ ແລະ ອິດທິພົນຂອງ ສສ. ຫວຽດນາມ ນັບມື້​​ສູງ​​ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນັ້ນ, ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໃນຕົ້ນປີ 2021 ທີ່ຜ່ານມາ ຊຶ່ງກອງປະຊຸມຄັ້ງນີ້ໄດ້ວາງແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025) ກໍຄືວິໄສທັດຮອດປີ 2030 ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 100 ປີ ສ້າງຕັ້ງພັກກອມມູນິດຫວຽດນາມ ເພື່ອໃຫ້ກາຍເປັນປະເທດກຳລັງພັດທະນາ ຕາມທິດອຸດສາຫະກໍາທັນສະໄໝ, ມີລາຍຮັບປານກາງສູງ ແລະ ວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ, ພິເສດຜົນສໍາເລັດຂອງການພັດທະນາເສດຖະກິດສັງຄົມຂອງ ສສ. ຫວຽດນາມ ໄດ້ກາຍເປັນພະລັງແຮງໃຫ້ແກ່ ສປປ ລາວ ໃນການນຳພາປະເທດຊາດສ້າງເສດຖະກິດ​ ໃຫ້ນັບມື້ມີລາຍຮັບສູງຂຶ້ນ, ທາງດ້ານການພົວພັນຂອງສອງປະເທດ​ ມີການຂະຫຍາຍຕົວນັບມື້ເຂົ້າສູລວງເລກ, ສະແດງອອກໃນສະພາບທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ກຳລັງລະບາດ ໃນທົ່ວໂລກນັບທັງລາວ ແລະ ຫວຽດນາມ, ແຕ່ການນຳຂັ້ນສູງຂອງສອງປະເທດກໍຍັງໄປມາຫາສູກັນໄດ້​ ໂດຍບໍ່ໄດ້ຖືເອົາການລະບາດຂອງເຊື້ອພະຍາດໂຄວິດມາເປັນອຸປະສັກກີດຂວາງການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງທັງສອງປະເທດ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນ ສະຫາຍ ຫງວຽນ ກວັກ ຢຸ້ງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະນຳ ທີ່ໄດ້ມາອວຍພອນ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດ​​ໃນການພັດທະນາປະເທດຂອງລາວ ທີ່ຍາດມາໄດ້​​ໃນໄລະຍຜ່ານມາ, ພ້ອມຕີລາຄາສູງຕໍ່ການພົວພັນມິດຕະພາບອັນຍິ່ງໃຫຍ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແລ້ວນັ້ນນັບມື້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າກະຊວງການຕ່າງປະເທດຂອງສອງປະເທດ ຈະໄດ້ເປັນໃຈກາງໃນການຈັດຕັ້ງປະຕິບັດບັນດາແຜນງານໂຄງການທີ່ທັງສອງປະເທດ​ ໄດ້ເຊັນຮ່ວມກັນໃນໄລຍະທີ່ການນຳຂັ້ນສູງຂອງສອງປະເທດຢ້ຽມຢາມຊິ່ກັນ​ ແລະ ກັນໃນເດືອນມິຖຸນາ ແລະ ເດືອນສິງຫາ 2021 ທີ່ຜ່ານມາ.  

ພ້ອມກັນນີ້, ທັງສອງຝ່າຍຈະສືບຕໍ່ ຍົກສູງການພົວພັນຮ່ວມມືລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ລວງກວ້າງຈະສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ໃນຕອນເຊົ້າຂອງວັນດຽວກັນ ທ່ານເອກອັກຄະລັດຖະທູດ ກໍໄດ້ຮ່ວມພິທີໂຮມຊຸມນຸມຮູບແບບອອນລາຍ​, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ​ ຄົບຮອບ 76 ປີ ເຊັ່ນດຽວກັນ.

 

 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570