ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳຫວຽດນາມ ເຂົ້າຮ່ວມພິທີ ເປີດການແຂ່ງຂັນກິລາການທະຫານສາກົນ ( ARMY GAMES 2021 )

 

SPjoin1SPjoin2

SPjoin3

 

ໃນວັນທີ 31 ສິງຫາ 2021 ນີ້, ທີ່​ ສູນຝຶກແອບທະຫານແຫ່ງຊາດທີ 4 ສສ ຫວຽດນາມ​ ໄດ້ມີພິທີເປີດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຫງວຽນ ເຕີນ ເກືອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດ ປະຈຳ ສສ ຫວຽດນາມ ທີ່ມີທີມກິລາຂອງຕົນເຂົ້າຮ່ວມ, ບັນດານາຍ,​ ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະເທດ ແລະ ກໍາມະການຕັດສິນ ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວ ປະຈຳ ຫວຽດນາມ ກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາ​​ຝ່າຍປ້ອງກັນຊາພ້ອມຄະນະເຂົ້າຮ່ວມພິທີ.

ການແຂ່ງຂັນຄັ້ງນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ເປັນເຈົ້າພາບໃນຂອບກິລາການທະຫານສາກົນ 2021 ໂດຍມີ ສອງປະເພດກິລາແຂ່ງຂັນກັນເຊັ່ນ: ການແຂ່ງຂັນກິລາປະເພດຍິງປືນ (Sniper) ແລະ ການແຂ່ງຂັນກິລາກູ້ໄພສຸກເສີນ. ໃນນີ້ກອງທັບປະຊາຊົນລາວ ໄດ້ສົ່ງທີມກູ້ໄພສຸກເສີນ ນຳໂດຍ: ທ່ານ ພັນໂທ ຄຳຟອງ ເກິ່ງທອນສິມ ພ້ອມດ້ວຍຄະນະ ຫົວໜ້າການທະຫານກອງພັນ 579, ກົມຊ່າງແສງ, ກົມໃຫຍ່ເສນາທິການກອງທັບ, ເປັນຫົວໜ້າຄະນະນັກກິລາທີມກູ້ໄພສຸກເສີນ, ພ້ອມດ້ວຍຄະນະ 17 ສະຫາຍ, ສຳລັບທີມກິລາປະເທດຍິງປືນ (Sniper): ນຳໂດຍ ທ່ານ ພັນຕີ ສູນທອນ ສົງຜາສຸກ, ຫົວໜ້າການທະຫານກອງຮ້ອຍ 1, ກອງພັນ 233, ກົມ 213, ເປັນຫົວໜ້າຄະນະ ພ້ອມດ້ວຍຄະນະ 7 ສະຫາຍ. ໃນນີ້ ກິລາປະເພດຍິງປືນມີ 7 ປະເທດ​ ເຂົ້າຮ່ວມແຂ່ງຂັນ: ຫວຽດນາມ, ບັງລາເທດ, ເບລາຣຸດ, ລາວ, ລັດເຊຍ , ອຸດສະເບກິດສະຖານ ແລະ​ ເວ​​ເນຊູເອລາ. ສ່ວນການແຂ່ງຂັນກິລາກູ້ໄພສຸກເສີນ ມີ 5 ປະເທດເຂົ້າຮ່ວມ: ຫວຽດນາມ, ເບລາຣຸດ, ລາວ, ມາລີ ແລະ ລັດເຊຍ.

ການແຂ່ງຂັນກິລາການທະຫານສາກົນໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປຮອດວັນທີ 4 ກັນຍາ 2021, ການຈັດແຂ່ງຂັນໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນສະພາບທີ່ຍັງມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດ້ວຍເຫດນັ້ນປະເທດເຈົ້າພາບໄດ້ເປັນເຈົ້າການ ແລະ ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ຄະນະນັກກິລາ ແລະ ຄູຝຶກແຕ່ລະປະເທດ, ຮັບປະກັນໄດ້ສະຖານທີ່ພັກເຊົາ, ຄວາມປອດໄພ, ສະຖານທີ່ຝຶກແອບ, ສະຖານທີ່ແຂ່ງຂັນ, ວຽກງານພາລາທິການ ແລະ ສິ່ງສຳຄັນກໍແມ່ນການຮັບປະກັນບໍ່ໃຫ້ມີການຕິດເຊື້ອພະຍາດໂຄວິດ-19, ເຮັດໃຫ້ຫຼາຍປະເທດ ເຫັນໄດ້ເຖິງຄວາມພ້ອມ, ຄວາມຮັບຜິດຊອບສູງ, ຄວາມສາມາດຂອງປະເທດເຈົ້າພາບ, ພ້ອມກັນນັ້ນ ກໍເປັນການຍົກສູງບົດບາດຂອງກອງທັບປະຊາຊົນຫວຽດນາມ ໃນເວທີສາກົນ ແລະ ພາກພື້ນ, ສ້າງຄວາມສາມັກຄີຮັກແພງ, ສາຍພົວພັນມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງແຕ່ລະປະເທດ, ພ້ອມທັງເປັນການແລກປ່ຽນປະສົບການ ແລະ ບົດຮຽນຕົວຈິງຂອງແຕ່ລະປະເພດກິລາ.

ສຳລັບຜົນການແຂ່ງຂັນແຕ່ລະປະເພດກິລາ ຈະໄດ້ປະກາດ ວັນທີ 04 ກັນຍາ 2021 ຊຶ່ງເປັນມື້ປິດການແຂ່ງຂັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484684
ມື້ນີ້200
ມື້ວານ188
ອາທິດນີ້1122
ເດືອນນີ້3989