ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຫວຽດນາມ ເຂົ້າຮ່ວມພິທີ ປີດການແຂ່ງຂັນກິລາການທະຫານສາກົນ ( ARMY GAMES 2021 )

 

HueangSeng Army

 

HueangSeng Army1

 

ໃນວັນທີ 04 ກັນຍາ2021 ນີ້, ທີ່ສູນຝຶກແອບທະຫານແຫ່ງຊາດທີ 4 ສສຫວຽດນາມໄດ້ມີພິທີປິດການແຂ່ງຂັນກິລາການທະຫານສາກົນ (ARMY GAMES 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານພົນ​​ເອກ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ມີ ທ່ານ ພົນໂທ ເຈີນ ກວາງເຟືອງ ຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານ Krivoruchko Alexei Iurievich ຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດຫວຽດນາມ, ບັນດາທຸຕານຸທູດ, ທີ່ປຶກສາຝ່າຍປ້ອງກັນຊາດຂອງສະຖານທູດຕ່າງປະເທດປະຈຳ ສສ ຫວຽດນາມ , ບັນດານາຍແລະ ພົນທະຫານ, ບັນດາທີມນັກກິລາທະຫານຈາກ 8 ປະເທດກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ, ສຳລັບສະຖານທູດລາວປະຈຳຫວຽດນາມກໍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສປປລາວ ປະຈຳສສຫວຽດນາມ,ທ່ານ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາ​​ຝ່າຍປ້ອງກັນຊາພ້ອມຄະນະເຂົ້າຮ່ວມພິທີດັ່ງກ່າວ.

ການແຂ່ງຂັນໄດ້ເລີ່ມາແຕ່ວັນທີ 31 ສິງຫາ - 03 ກັນຍາ 2021, ຜົນການແຂ່ງຂັນສະຫຼຸບໄດ້ດັ່ງນີ້ ກິລາປະເພດຍິງປືນ (Sniper) ຊະນະເລີດ ໄດ້ແກ່ປະເທດ ຫວຽດນາມ, ຮອງຊະນະເລີດປະເທດ ອຸດສະເບກິດສະຖານ ແລະ ອັນດັບທີ 3 ແມ່ນປະເທດ ລັດເຊຍ ສຳລັບທີມລາວໄດ້ອັນດັບທີ 6 ໃນຈຳນວນ 7 ປະເທດ, ສ່ວນການແຂ່ງຂັນກິລາກູ້ໄພສຸກເສີນ ຊະນະເລີດແມ່ນ ປະເທດ ລັດເຊຍ ຮອງຊະນະເລີດ ຫວຽດນາມ, ອັນດັບທີ 3 ແມ່ນປະເທດ ເບລາຣຸດ   ສຳລັບທີມລາວໄດ້ອັນດັບທີ 4 ໃນຈຳນວນ 5 ປະເທດ.

ຕະຫຼອດໄລຍະການແຂ່ງຂັນເຖິງວ່າຈະພົບຄວາມຍຸ້ງຍາກ, ໂດຍສະເພາະແມ່ນສະພາບໂຄວິດ -19 ແລະ ສະພາບດິນຟ້າອາກາດບໍ່ເອື້ອອຳນວຍບາງຄັ້ງຄາວ, ແຕ່ລະທິມກໍມີຄວາມບຸກບືນ ແລະ ສູ້ຊົນ ເພື່ອຍາດໃຫ້ໄດ້ຜົນງານທີ່ດີທີ່ສຸດມາສູ່ທີມຂອງຕົນເອງ, ຄຽງຄູ່ກັບການແຂ່ງຂັນ ແຕ່ລະທິມກໍໄດ້ມີການແລກປ່ຽນດ້ານວັດທະນະທຳ, ປະສົບການ, ສ້າງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນໄລຍະການແຂ່ງຂັນ.

ການແຂ່ງຂັນແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ, ຍ້ອນປະເທດເຈົ້າພາບມີຄວາມເອົາໃຈໃສ່ໃນການກະກຽມເປັນຢ່າງດີ, ມີຄວາມຮັບປະກັນຮອບດ້ານ, ມີຄວາມປອດໄພ ເຮັດໃຫ້ແຕ່ລະປະເທດທີ່ເຂົ້າຮ່ວມຕີລາຄາສູງຕໍ່ຜົນສຳເລັດໃນຄັ້ງນີ້, ໃນພິທີປິດ ນອກຈາກການມອບລາງວັນໃຫ້ແຕ່ລະປະເພດກິລາແລ້ວ, ຍັງໄດ້ຮັບຊົມການສະແດງສີລະປະການປ້ອງກັນຕົວ, ການສະແດງຮ້ອງເພງ ແລະ ຟ້ອນຈາກບັນດານັກຮົບ ແລະ ກອງສີລະປະກອນກອງທັບ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງຂອງກອງທັບ ແລະ ມູນເຊື້ອວັດທະນະທຳອັນງົດຂອງຊາວຫວຽດນາມ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480264
ມື້ນີ້94
ມື້ວານ157
ອາທິດນີ້662
ເດືອນນີ້6495