ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດ​ລາວ​ປະຈຳ​ຫວຽດນາມ ​​ເຜີຍ​ແຜ່, ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ ​ແລະ ​ເອກະສານ​ ກ່ຽວ​ກັບ ​ວັນ​ລັດ​ທະ​ທຳ​ມະນູນ​ແຫ່ງ​ຊາດ​ຄົບຮອບ 30 ປີ​

 

SengphetPublishPrinciple1

 

SengphetPublishPrinciple2

 

 

ວັນ​ທີ 09 ກັນຍາ 2021 ທີ່​ສະຖານ​ທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ​ຄະນະ​ພັກ​ຮາກ​ຖານໄດ້​​ຈັດ​ຕັ້ງ​ການເຜີຍ​​​ແຜ່ເຊື່ອມ​ຊຶມ​ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ ​ແລະ ​ເອກະສານ​ກ່ຽວ​ກັບ​ວັນ​ລັດ​ທະ​ທຳ​ມະນູນ​ແຫ່ງ​ຊາດ​ຄົບຮອບ 30 ປີ​ ​(15/08/1991-15/08/2021) ພາຍໃຕ້​ການ​ເຂົ້າ​ຮ່ວມ​​ເປັນ​ປະທານ ​ແລະ​ ເຜີຍ​ແຜ່​ເອກະສານ ຂອງ ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ​ເລຂາ​ຄະນະ​ພັກ​ຮາກ​ຖານ ສະຖານ ທູດ , ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໂດຍມີການ​ເຂົ້າ​ຮ່ວມ​ຮັບ​ຟັງ​ຂອງ​ຄະນະ​ພັກ, ຄະນະ​ນຳ​ພ້ອມ​ດ້ວຍພະນັກງານສະຖານທູດຢ່າງ​ພ້ອມພຽງ.

​​ເອກະສານທີ່​ນຳ​ມາ​​​ເຜີຍ​ແຜ່ປະກອບ​ມີ 4 ​ເອກະສານ​ດັ່ງ​ນີ້: ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ​ບົດ​ລາຍ​ງານ​ການ​ເມືອງ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ X ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ, ກົດ​ລະບຽບ​ຂອງ​ພັກ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະ​ໄໝ​ທີ XI ​ແລະ ເອກະສານ​ກ່ຽວ​ກັບວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ ຄົບຮອບ 30 ປີ.

​ໃນ​​ໂອກາດ​ດັ່ງກ່າວ ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໃຫ້​ຮູ້​ວ່າ: ບັນດາ​ເອກະສານ​ທີ່​ນຳ​ມາ​ເຜີຍ​ແຜ່​ ​ໃນ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ຍິ່ງ​ສຳລັບ​ພະນັກງານ​ການ​ທູດ​ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ຕ່າງປະ​ເທດ ​ໂດຍ​ສະ​ເພາະແມ່ນ ສະຖານ ທູດ ​​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ເພື່ອ​ເປັນ​ການນຳ​ເອົາ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວໄປ​ຄົ້ນ​ຄວ້າ ​ແລະ ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ເພື່ອ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​​ຍຸດ​ທະ​ສາດ ​ໃຫ້ຂະຫຍາຍຕົວ​ສູ່ລະ​ດັບ​ສູງອັນ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ລາວ-​ຫວຽດນາມ ​ໃຫ້ສືບ​ຕໍ່​ຂະຫຍາຍຕົວ​ສູ່​ລວງ​ເລກ​ແທດ​ເໝາະກັບສະພາບ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.

ພ້ອມດຽວ​ກັນ​ນັ້ນ,​ ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ຍັງໄດ້​ເນັ້ນ​ໃຫ້​ສະມາຊິກ​ພັກ, ພະນັກງານ​ແຕ່​ລະສະ​ຫາຍ​​ໃຫ້ກຳ​ໄດ້​ເນື້ອ​ໃນ​ຈິດ​ໃຈ, ບົດບາດ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ການຊີ້ນໍາ ນໍາພາການ​ປະຕິບັດ​ສອງ​ໜ້າທີ່ຍຸດ​ທະ​ສາດ: ປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາ​ປະ​ເທດ, ຮຽກຮ້ອງ​ມາ​ຍັງ​ສະມາຊິກ​ພັກ​ພະນັກງານ​ສະຖານທູດ ກຳ​ໃຫ້​ເລິກ​ເຊິ່ງແນວທາງ ແລະ ​ນະ​ໂຍບາຍຂອງພັກ ແລະ ລັດ, ໜ້າທີ່​ແລະ ຂໍ້​ຫ້າມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດ​ລະບຽບ​ຂອງ​ພັກ ນັບທັງວຽກງານການກໍ່ສ້າງ ແລະ ຂະຫຍາຍພັກ ​ໂດຍ​ສະ​ເພາະ​ແມ່ນ​ຫ້ອງການ​ພັກ ​ເພື່ອ​ນຳ​ໄປ​ເຜີຍ​ແຜ່ ​ແລະ ​ແນະນຳ​ໃຫ້​ແຕ່ລະ​ໜ່ວຍ​ພັກທີ່​ຂຶ້ນ​ກັບ ​ໃຫ້​ປະຕິບັດ​ຖືກຕ້ອງຕາ​ມກົດ​ລະບຽບ​ຂອງ​ພັກ​ວາງ​ອອກ.

​ ​          ຕອນ​ທ້າຍ, ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ​ ກໍໄດ້​ຍົກ​ໃຫ້​ເຫັນເຖິງປະຫວັດ​ຄວາມ​ເປັນ​ມາ, ຂະ​ບວນການ​ສ້າງ ແລະ ປັບປຸງ​ລັດຖະທຳ​ມະນູນ​​ ​ແລະ ຄວາມ​ໝາຍ, ​ຄວາມ​ສຳຄັນ​ຂອງ​ລັດຖະທໍາມະນູນ ນັບທັງການລະນຶກວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ​ຄົບຮອບ 30 ປີ.

ຂ່າວ ແລະ ພາບ: ​ໂອ​ລຳ ຈັນທະ​ວິ​ໄລ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485714
ມື້ນີ້13
ມື້ວານ206
ອາທິດນີ້750
ເດືອນນີ້5019