ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທູດ 3 ປະເທດ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ

20210908YeunsanA

 

20210908YeunsanB

 

20210908YeunsanC

 

ໃນເວລາ 14:00 ໂມງ ຂອງວັນທີ 08 ກັນຍາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທີ່ ຮ່າໂນ້ຍ, ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ວາລໍາ ກະໂສຢານ (Vahram KAZHOYAN) ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກເມນີ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໂດຍມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

 

ຫຼັງຈາກສໍາເລັດພິທີຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ພົບປະ ແລະ ແລກປ່ຽນຄຳຄິດເຫັນນໍາກັນ ໂດຍທ່ານເອກອັກຄະລັດຖະທູດ ອາກເມນີ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ເຂົ້າຍື່ນສານຕາຕັ້ງຜ່ານ ທ່ານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ເພື່ອຍື່ນຕໍ່ໄປຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ອາກເມນີ ແລະ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.

 

ກ່ອນ​ໜ້າ​ນີ້,ທ່ານ ແສງ​ເພັດ ຮຸ່ງ​ບຸນຍວງ, ເອກອັກຄະລັດຖະທູດ ກໍໄດ້ຕ້ອນຮັບການເຂົ້າມາຍື່ນສານຕາຕັ້ງຂອງ ທ່ານ Georgios STILIANOPOULOS, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດ ເກຣັກ ​ແລະ ທ່ານ ນາງ ສາມີນາ ເມຕາ (Mrs. Samina Mehtab), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ (Pakistan) ປະຈຳ ສ​ປ​ປ ລາວ,ໂດຍ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ນະຄອນຫຼວງຮ່າ​ໂນ້ຍ, ສ​ສ ຫວຽດ​ນາມ.

 

ໃນ​ການ​ຕ້ອນຮັບ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ, ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່​ບັນດາ​ເອກ​ອັກຄະ​ລັດຖະ​ທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈໍາ ລາວ,ພ້ອມ​ທັງ​ຕີ​ລາຄາ​ສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ອາກເມນີ, ລາວ-ເກຣັກ (Greece), ລາວ-ປາກິດສະຖານ (Pakistan) ໃນໄລຍະຜ່ານມາ ແລະ ຫວັງວ່າ ຈະໄດ້ຮັບການເພີ່ມພູນຄູນສ້າງ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480351
ມື້ນີ້9
ມື້ວານ172
ອາທິດນີ້749
ເດືອນນີ້6582