ຕອນເຊົ້າວັນທີ 15/09/2021 ນີ້ ສະຫາຍ ແສງເພັດຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າໄຫວ້ອາໄລ ແລະ ເຊັນປື້ມເພື່ອອາໄລຮັກເຖິງດວງວິນຍານຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ, ອະດີດກຳມະການສູນກາງພັກກອມມູນິດຫວຽດນາມສະໄໝທີ IX, X, XI; ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມສະໄໝທີ X, XI, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ XI, XII, XIII, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມແຕ່ປີ 2006-2016.
ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍອະດີດຜູ້ນໍາທາງການເມືອງ ຜູ້ມີຄວາມປີຊາສາມາດ, ຜູ້ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຂອງ ພວກຂ້າພະເຈົ້າອີກດ້ວຍ, ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ໄດ້ມີບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງກອງທັບລາວ-ຫວຽດນາມ.
ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄືໃນນາມຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊື້ງຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກອງທັບ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ທຸກທົ່ວໜ້າ.