ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ເຂົ້າວາງພວງມະລາ ແລະ ໄຫວ້ອາໄລ ສະຫາຍ ພົນເອກ ຟູ່ງ ກວາງ ແທງ

 

VN1

 

VN2

 

ຕອນເຊົ້າວັນທີ 15/09/2021 ນີ້ ສະຫາຍ ແສງເພັດຮຸ່ງບຸນຍວງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າໄຫວ້ອາໄລ ແລະ ເຊັນປື້ເພື່ອອາໄລຮັກເຖິງດວງວິນຍານຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ, ອະດີດກຳມະການສູນກາງພັກກອມມູນິດຫວຽດນາມສະໄໝທີ IX, X, XI; ອະດີດກຳມະການກົມການ​​ເມືອງສູນກາງພັກກອມມູນິດຫວຽດນາມສະໄໝທີ X, XI, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ XI, XII, XIII, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມແຕ່ປີ 2006-2016.

 

ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນຢ່າງສຸດຊື້ງຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ຊຶ່ງການຈາກໄປຂອງສະຫາຍບໍ່ພຽງແຕ່ເປັນການສູນເສຍອະດີດຜູ້ນໍາທາງການເມືອງ ຜູ້ມີຄວາມປີຊາສາມາດ, ຜູ້ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດນາມເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຂອງ ພວກຂ້າພະເຈົ້າອີກດ້ວຍ, ສະຫາຍ ພົນເອກ ຟຸ່ງ ກວາງ ແທງ​ ໄດ້ມີບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ສອງກອງທັບລາວ-ຫວຽດນາມ.

ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄືໃນນາມຕາງໜ້າ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊື້ງຮ່ວມກັບຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກອງທັບ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ພົນເອກ ຟຸ່ງ ກວາງ ແທງ ທຸກທົ່ວໜ້າ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484497
ມື້ນີ້13
ມື້ວານ188
ອາທິດນີ້935
ເດືອນນີ້3802