ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ຄົນໃໝ່ ຍື່ນສານແຕ່ງຕັ້ງ ຕໍ່ເລຂາທິການໃຫຍ່ອາຊຽນ

2021299ASEAN

ໃນວັນ​ທີ28 ກັນຍາ 2021 ທີ່ ກອງ​ເລ​ຂາ​ອາ​ຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ,            ທ່ານ ບໍວອນທັດດວງຈັກ ໄດ້​ຍື່ນ​ສານ​ແຕ່ງ​ຕັ້ງ​ຕໍ່ ທ່ານ ດາ​ໂຕະ ລິມ ຈ໋ອກ ຮອຍ,ເລຂາທິການໃຫຍ່ຊຽນ ​ ເພື່ອດຳລົງຕຳແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ປະ​ຈຳ​ ອາ​ຊຽນ. ໃນ​ໂອ​ກາດ​ນີ້ທ່ານດາໂຕະລິມຈ໋ອກຮອຍໄດ້ສະແດງຄວາມຍິນດີຮັບຕ້ອນແລະ ສະແດງຄວາມຊົມເຊີຍທ່ານ ບໍວອນທັດດວງຈັກ ທີ່ໄດ້ຖືກ ແຕ່ງຕັ້ງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ​ສ​ປ​ປ ລາວ ຄົນໃໝ່ ປະ​ຈຳ​ ອາ​ຊຽນ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ປະຕິບັດໜ້າທີ່ຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ໄດ້ຮັບຜົນສໍາເລັດ ແລະ ເສີມຂະຫຍາຍ ບົດບາດຂອງອາຊຽນ ໃນເວທີສາກົນ. ສຸດທ້າຍ ທ່ານ ດາໂຕະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ​ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ ມາຍັງ ທ່ານເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽນ. ພ້ອມດຽວກັນນັ້ນ, ກໍຍັງ​ໄດ້​ຕີ​ລາ​ຄາ​ສູງຕໍ່ບົດບາດຂອງອາຊຽນ ໃນຖານະເປັນອົງການ ລະຫວ່າງ ລັດຖະບານ ທີ່ມີຄວາມເຂັ້ມແຂງ ແລະ ມີເປົ້າໝາຍໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອຄວາມສົມບູນພູນສຸກ, ການເຊື່ອມໂຍງເສດຖະກິດຂອງພາກພື້ນ ແລະ ສາກົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງສະພາບຊີວິດການເປັນຢູ່ຂອງປະຊາຊົນ ຂອງບັນດາປະເທດສະມາຊິກອາຊຽນ.

ສຸດທ້າຍ, ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ການສົ່ງເສີມການຮ່ວມມືພາຍໃນອາຊຽນ, ແລະ ລະຫວ່າງ ອາຊຽນ ກັບຄູ່ຮ່ວມມືພາຍນອກ ໂດຍສະເພາະການປະຕິບັດໜ້າທີ່ຂອງ ສປປ ລາວ ໃນການເປັນປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ສໍາລັບປີ 2021-2024 ແລະ ປະເທດປະສານງານຂອງການພົວພັນຮ່ວມມືອາຊຽນ-ກຸ່ມພັນທະມິດປາຊີຟິກ ສໍໍາລັບປີ 2021. ທ່ານເອກອັກຄະລັດຖະທູດ ຍັງສະແເດງຄວາມກຽມພ້ອມຂອງຕົນ ໃນການຮັບໜ້າທີ່ເປັນປະທານຄະນະກຳມະການຜູ້ຕາງໜ້າຖາວອນ ປະຈຳ ອາຊຽນ ທີ່ ຈາກາກຕາ ໃນໂອກາດທີ່ ສປປ ລາວ ຈະຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ສະແດງຄວາມຫວັງວ່າ ກອງເລຂາອາຊຽນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການປະຕິບັດໜ້າທີ່ດັ່ງກ່າວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484475
ມື້ນີ້179
ມື້ວານ273
ອາທິດນີ້913
ເດືອນນີ້3780