ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ເຂົ້າຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ສິງກະໂປ

 

AmbSengkeo1

AmbSengkeo2

 

ໃນວັນທີ 28 ກັນຍາ 2021, ທີ່ ອິສຕານາ (Istana) ທຳນຽມປະທານາທິບໍດີ, ທ່ານ ແສງແກ້ວ ປວງປະດດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. ຮາລິມາ ຢາກອບ (Yalimah Yacob), ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສາທາລະນະລັດ ສິງກະໂປ.

ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຂອງ ພະນະທ່ານ ທອງລຸນ ສີສຸລິດ,ປະທານປະເທດ ແຫ່ງ ສປປ ລາວ ເຖີງ ພະນະທ່ານ ນ. ຮາລິມາ ຢາກອບ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ, ລັດຖະບານ ແລະ ປະຊາຊົນ ສິງກະໂປທຸກ ຖ້ວນໜ້າ.

ພະນະທ່ານ ນ. ຮາລິມາ ຢາກອບ ໄດ້ສະແດງຄວາມຍີນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ ທ່ານ ແສງແກ້ວ ປວງ ປະດິດ ທີ່ໄດ້ຮັບການແຕ່ງຕັ້ງຈາກ ປະທານປະເທດໃຫ້ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສິງກະໂປ ເຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມ ທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃຫ້ປະກົດຜົນເປັນຈິງຍິ່ງຂື້ນ ລວມທັງຈະເປັນການເສີມສ້າງຄວາມສາມັກຄີພາຍໃນອາຊຽນດ້ວຍກັນ, ແລະ ອວຍພອນໃຫ້ເອກອັກຄະລັດຖະທູດລາວຄົນໃໝ່ ຈົງປະສົບຜົນສຳເລັດທຸກປະການໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງຕົນ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ຕໍ່ຄຳເວົ້າອັນຈົບງາມ ແລະ ໄດ້ຖືໂອກາດນີ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຂອງ ລັດຖະບານ ແລະ ປະຊາຊົນສິງກະໂປ ແກ່ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອດ້ານຊັບພະຍາກອນມະນຸດ ກໍ່ຄື ດ້ານມະນຸສະທໍາ ໂດຍສະເພາະໃນເວລາເກີດອຸທົກກະໄພນ້ຳຖວມຄັ້ງໃຫຍ່ໃນປີ 2018 ທີ່ແຂວງອັດຕະປ, ການຊ່ວຍເຫຼືອເຄື່ອງອຸປະກອນການເພດ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ອື່ນໆ, ແລະ ສັນຍາວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ສິງກະໂປ ທີ່ມີມູນເຊື້ອອັນດີງາມມາດົນນານໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.

ສປປ ລາວ ແລະ ສິງກະໂປ ເປັນປະເທດສະມາຊິກອາຊຽນນຳກັນ ແລະ ໄດ້ສ້າງຕັ້ງສາຍພົວພັນການທູດ ນຳກັນໃນປີ 1974 ແລະ ໄດ້ເປີດສຳນັກງານການທູດຢູ່ ນະຄອນຫຼວງຂອງກັນແລະກັນ ໃນປີ 1997ເປັນຕົ້ນມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480244
ມື້ນີ້74
ມື້ວານ157
ອາທິດນີ້642
ເດືອນນີ້6475