ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດອາກຊັງຕິນ ເຂົ້າຢ້ຽມອຳລາ ທູດລາວ

20211006-agentina

ໃນຕອນເຊົ້າຂອງ​ວັນ​ທີ 5 ຕຸລາ 2021, ທ່ານ​ ແສງ​ ສຸຂະທິວົງ,​ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ ທີ່ ບາງກອກ ​ ​ໄດ້​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາຂອງ​ ທ່ານ ນາງ ມາເລຍ ອາລິເຊຍ ຄັດໂສນີ ເດ ສັນຊຽນ (Maria AliciaCuzzoni de Sonschein) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກຊັງຕິນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ​ໃນ​ໂອກາດ​ທີ່​ສຳ​ເລັດໜ້າ​ທີ່ການ​ທູດຂອງທ່ານ.

​ໃນໂອກາດດັ່ງກ່າວ, ທ່ານທູດ ແສງ ສຸຂະທິວົງ ໄດ້ຕາງໜ້າໃຫ້ ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ​ສະ​ແດງ​ຄວາມ​ຊົມເຊີຍ ​ແລະ ຕີ​ລາຄາ​ສູງ ຕໍ່ຜົນສຳ​ເລັດ​ຂອງ​ການ​ປະຕິບັດໜ້າ​ທີ່​ການ​ທູດຢ່າງຫ້າວຫັນ ຂອງ ທ່ານ ນາງ ມາເລຍ ອາລິເຊຍ ຄັດໂສນີ ເດ ສັນຊຽນ ໃນການສົ່ງເສີມສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ ສປປ ລາວ ​ແລະ ສາທາລະນະລັດ ອາກຊັງຕິນ ກໍຄືລະຫວ່າງສອງສະຖານເອກອັກຄະລັດຖະທູດ ລາວ ແລະ ອາກຊັງຕິນ ທີ່ບາງກອກ ​ໃຫ້​​ມີທ່າຂະຫຍາຍຕົວ​ເພີ່ມຂື້ນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ກໍຄືການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີສາກົນ ເພື່ອຜົນປະໂຫຍດຂອງສອງຝ່າຍລາວ ແລະ ອາກຊັງຕິນ.ທ່ານ ແສງ ສຸຂະທິວົງ ໄດ້​ອວຍພອນ​ທ່ານ​ທູດ ອາກຊັງຕິນ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ເດີນທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະຫວັດດີ​ພາບ ແລະ ຫວັງວ່າທ່ານທູດອາກຊັງຕິນ ຄົງຈະມີຄວາມຊົງຈຳອັນດີຕໍ່ ສປປ. ລາວ ແລະ ກັບຄືນມາຢ້ຽມຢາມທ່ອງທ່ຽວທີ່ ສປປ. ລາວ ອີກໃນອະນາຄົດ.

ທ່ານ ນາງ ມາເລຍ ອາລິເຊຍ ຄັດໂສນີ ເດ ສັນຊຽນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​​ ທ່ານທູດ ແສງ ສຸຂະທິວົງ ທີ່​ໄດ້​ໃຫ້​ກຽດ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ຂໍຝາກ​ຄວາມ​ຂອບ​ໃຈຢ່າງສູງໄປ​ຍັງພະນະທ່ານປະທານປະເທດ, ລັດຖະບານ​ ແລະ​ ປະຊາຊົນ​ລາວ​ ​ທີ່​ໄດ້​​ໃຫ້ການ​ຮ່ວມ​ມື​ທີ່​ດີ ​ແລະ ອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ ຕະຫຼອດ​ໄລຍະ​ການ​ປະຕິບັດ​ໜ້າ​ທີ່ການ​ທູດ​ຂອງ​ຕົນ ປະຈຳ ສປປ. ລາວ, ເຊິ່ງເຮັດໃຫ້ບັນລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບງາມ. ພ້ອມນີ້, ທ່ານ ນາງ ມາເລຍ ອາລິເຊຍ ຄັດໂສນີ ເດ ສັນຊຽນ ໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ທ່ານໄດ້ມີໂອກາດໄປຢ້ຽມຢາມ ແລະ ທ່ຽວຊົມ ສະຖານທີ່ຕ່າງໆ ທີ່ນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ໃນໂອກາດທີ່ຕົນໄປຍື່ນສານຕາຕັ້ງຕໍ່ ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ.ລາວ ໃນປີ 2017 ແລະ ກໍຍັງໄດ້ພົບປະບັນດາຄະນຳຂອງກະຊວງການຕ່າງປະເທດ ແລະ ກະຊວງຂະແໜງການທີ່ກ່ຽວຂ້ອງຂອງ ສປປ. ລາວ ເພື່ອປຶກສາຫາລືໃນຫຼາຍຂົງເຂດວຽກງານ. ໃນຂະນະດຽວກັນ, ທ່ານ ທູດ ອາກຊັງຕິນ ໄດ້ສະແດງຄວາມເສຍດາຍທີ່ບໍ່ມີໂອກາດເດີນທາງໄປຢ້ຽມອຳລາການນຳ ຂອງ ສປປ ລາວ ແລະ ໄປທ່ຽວຊົມສະຖານທີ່ທຳມະຊາດ ແລະ ວັດທະນະທຳອັນສວຍງາມຂອງ ສປປ. ລາວ ຍ້ອນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ກໍຈະຊອກໂອກາດກັບໄປຢ້ຽມຢາມ ໃນຖານະນັກທ່ອງທ່ຽວ ເພາະ ສປປ ລາວ ມີສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມຫຼາຍແຫ່ງ.

ການພົວພັນ ແລະ ການ​ຮ່ວມ​ມື​ສອງ​ຝ່າຍລາວ-ອາກຊັງຕິນແມ່ນຢູ່ໃນລະດັບປົກກະຕິດີ ໂດຍໄດ້ມີການແລກປ່ຽນສານອວຍພອນເຊິ່ງກັນ ແລະ ກັນເນື່ອງໃນໂອກາດວັນສຳຄັນຕ່າງໆຂອງຊາດ

າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາກຊັງຕິນໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ24 ກໍລະກົດ 1975.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485474
ມື້ນີ້175
ມື້ວານ227
ອາທິດນີ້510
ເດືອນນີ້4779