ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສປ ຈີນ ເຂົ້າຮ່ວມງານສັບປະດາການແລກປ່ຽນການສຶກສາ ຈີນ-ອາຊຽນ ປະຈໍາ ປີ 2021

 

 

20210923-26 Lao Amb To China - 3

 

ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໄດ້ນໍາພາຄະນະສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ ແລະ ສະຖານກົງສຸນໃຫຍ່ລາວ ທີ່ນະຄອນຊາງຊາ, ແຂວງຮູນານ ຕາງໜ້າລັດຖະບານເຂົ້າຮ່ວມງານສັບປະດາການແລກປ່ຽນການສຶກສາ ຈີນ-ອາຊຽນ ປະຈໍາປີ2021 ລະຫວ່າງ ວັນທີ 23 ຫາ 26 ກັນຍາ 2021ທີ່ນະຄອນກຸ້ຍຢາງ, ແຂວງກຸ້ຍໂຈວ. ພາຍໃຕ້ຫົວຂໍ້ ‘‘ຄວາມຮູ້ ແລະ ການປະຕິບັດຮ່ວມເປັນອັນດຽວ, ວິໄສທັດດ້ານການສຶກສາທີ່ຮ່ວມກັນກໍ່ສ້າງການຮ່ວມມື ເພື່ອການພັດທະນາແບບຍືນຍົງ’’, ຊຶ່ງພິທີເປີດງານທາງການໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2021, ໂດຍມີການນໍາຂັ້ນສູງຝ່າຍຈີນ ແລະ ການນຳຂັ້ນສູງຂອງບາງປະເທດອາຊຽນໄດ້ມີຄໍາເຫັນໃນພິທີເປີດທາງການ ແບບທັງອອນລາຍ ແລະ ອ໊ອບລາຍ. ໃນນີ້, ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຮອງສາດສະດາຈານ, ປະລິນຍາເອກ ພຸດ ສີມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ຕາງໜ້າລັດຖະບານ ສປປ ລາວ ມີຄໍາເຫັນໃນພິທີເປີດເຊັ່ນດຽວກັນ.

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2021, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ກ່ຽວກັບ ການສົ່ງເສີມ ແລະ ການຟື້ນຟູວຽກງານອາຊິວະສຶກສາເຂດຫ່າງໄກສອກຫຼິກ ລະຫວ່າງ ແຂວງກຸ້ຍໂຈວ ກັບບັນດາປະເທດລຸ່ມແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂດຍໄດ້ຕີລາຄາສູງຕໍ່ງານສັບປະດາ ແລະ ງານສຳມະນາຄັ້ງນີ້ ທີ່ຈະເປັນເວທີອັນສຳຄັນໃນການສົ່ງເສີມການພົວພັນຮ່ວມມືທາງດ້ານການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ອື່ນໆ ລະຫວ່າງ ອາຊຽນ ກັບ ສປ ຈີນ ກໍຄື ສປປ ລາວ ກັບ ແຂວງກຸ້ຍໂຈວ, ໂດຍສະເພາະປີ 2021 ເປັນປີທີ່ມີຄວາມໝາຍສໍາຄັນກັບການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ສປ ຈີນ ກໍ່ຄືອາຊຽນ ກັບ ສປ ຈີນ, ຊຶ່ງກໍ່ຄືເປັນປີຄົບຮອບ 60 ປີຂອງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ, ປີມິດຕະພາບລາວ-ຈີນ, ການເປັນຄູ່ຮ່ວມເຈລະຈາ ລະຫວ່າງ ອາຊຽນ ກັບ ສປ ຈີນ ຄົບຮອບ 30 ປີ ແລະຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ.

 

20210923-26 Lao Amb To China - 2

 

ພ້ອມນັ້ນ, ທ່ານ ເອກອັກຄະລັດຖະທູດລາວ ຍັງໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງກຸ້ຍໂຈວ ແລະ ໄດ້ນຳພາຄະນະໃຫ້ຢ້ຽມຢາມສະຖານທີ່ສຳຄັນທາງປະຫວັດສາດ ແລະ ຫົວໜ່ວຍເສດຖະກິດຈຳນວນໜຶ່ງ. ໃນໂອກາດດັ່ງກ່າວນີ້,​ ທ່ານ ເອກອັກຄະລັດຖະທູດລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເສິນອີຊິນ, ກຳມະການສູນກາງພັກ, ເລຂາພັກແຂວງກຸ້ຍໂຈວ, ປະທານສະພາປະຊາຊົນແຂວງກຸ້ຍໂຈວໃນວັນທີ 23 ກັນຍາ 2021 ເພື່ອປືກສາຫາລືການພົວພັນສອງຝ່າຍລາວກັບແຂວງກຸ້ຍໂຈວ.

---------------//--------------

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485368
ມື້ນີ້69
ມື້ວານ227
ອາທິດນີ້404
ເດືອນນີ້4673