ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຕ້ານໂຄວິດ-19 ຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

 

saengphet1

saengphet2

ວັນທີ 08 ​ຕຸ​ລາ 2021 ທີ່​ຫ້ອງ​ຮັບ​ແຂກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ  ​ໄດ້​ມີ​ພິທີ​ມອບ-​ຮັບເຄື່ອງ​ຊ່ວຍເຫຼືອອຸ​ປະ​ກອນ​ການ​ແພດຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ​ ​ໃຫ້​ກຽດ​ມອບ​ໂດຍ ສະ​ຫາຍ ພົນ​ໂທ ຮ່​ວງ ຊວນ ຈຽນ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແຫ່ງ ສ​ສ ຫວຽດ​ນາມ ແລະ ຕາງ​ໜ້າ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ ແຫ່ງ ສ​ປ​ປ ລາວ ຮັບ​ເອົາ​ໂດຍ​ສະ​ຫາຍ ແສງເພັດ ຮ່ວງ​ບຸນຍວງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັ​ນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາ​ມ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ຂອງ​ພະ​ນັກ​ງານ​ທັງ​ສອງ​ຝ່າຍ​ ລາວ - ຫວຽດ​ນາມ.

​​ອຸ​ປະ​ກອນການ​ແພດທີ່​ນຳ​ໄປ​ມອບ​ຄັ້ງ​ນີ້​ປະ​ກອບມີ​ ຊຸດເຄື່ອງນຸ່ງການແພດປ້ອງ​ກັນ​ໂຄ​ວິດ ຂັ້ນ 4 (ຊຸດ PPE)​,​ເຄື່ອງກວດ​ຫາ​ເຊື້ອ Covid-19 ( test kit ) ແລະ ນ້ຳ​ຢາ​ເຄ​ມີ​ຂ້າ​ເຊື້ອ ລວມ​ເປັນມູນ​ຄ່າ 5.2 ຕື້ ດົງ.

​​​​ໃນ​ໂອກາດ​ນີ້​, ສະຫາຍ​ ພົນ​ໂທ ຮ່ວງ ຊວນ ຈຽນ ​​ໄດ້​ກ່າວສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການລະບາດຂອງເຊື້ອພະຍາດ​ໂຄ​ວິດ-19 ​ຮອບ​ໃໝ່​ຢູ່​ ສປປ ລາວ ຊຶ່ງ​ເຄື່ອງ​ຊ່ວຍ​ເຫຼືອທີ່​ມອບໃນ​ຄັ້ງ​ນີ້ເປັນ​ການຊ່ວຍເຫຼືອດ້ວຍ​ຄວາມ​ຈິງ​ໃຈຈາກ ກະຊວງ​ປ້ອງ​ກັນ​ປະ​ເທດ​ ແຫ່ງ ສສ ຫວຽດນາມ  ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວ ທີ່​ກຳລັງ​ປະສົບ​ຄວາມ​ຍຸ້ງ​ຍາກ​ຢູ່​ໃນ​ຄະນະ​ນີ້, ​ທັງ​ເປັນການປະກອບສ່ວນຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ​ໂຄ​ວິດ -19 ​ທີ່​ພວມ​ລະບາດ​ຢູ່​ລາວ​​. ​​ສະຫາຍໃຫ້ຄວາມເຊື່ອໝັ້ນວ່າ ສປປ ລາວ ຈະ​ພ້ອມ​ກັນສະກັດ​ກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອ​ພະຍາດ​ດັ່ງກ່າວ​ໄດ້ໂດຍໄວ ເພື່ອເຮັດ​ໃຫ້​ປະຊາຊົນ​ລາວໄດ້ກັບ​ມາ​ໃຊ້​ຊີວິດ​ແບບປົກກະຕິ​ໃໝ່​.

 ​ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຕາງໜ້າ​ໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ຕີລາຄາສູງ ​ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ​ພົນ​ໂທ ຮ່ວງ ຊວນ ຈຽນ ທີ່​ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ດັ່ງກ່າວນີ້ ໃຫ້ແກ່ກະຊວງປ້ອງກັນປະເທດ ​ແຫ່ງ ສປປ ລາວ ແລະ ຂໍຢືນຢັນວ່າ ເຄື່ອງອຸປະກອນການແພດເຫຼົ່ານີ້ຈະຖືກນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການສະກັດກັ້ນ ແລະ ຕ້ານພະຍາດ COVID-19 ຢູ່ ສປປ ລາວ.  ພ້ອມ​ທັງເຊື່ອໝັ້ນວ່າ ພວກເຮົາຈະພ້ອມກັນຜ່ານພົ້ນຄວາມຫຍຸ້ງຍາກນີ້ໄປໄດ້ດ້ວຍດີ ພ້ອມກັນພັດທະນາເສດຖະກິດ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເປັນກ້າວໆ.ພ້ອມ​ທັງ​ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ນອກ​ຈາກ​ນີ້, ທັງ​ສອງ​ຝ່າຍ​ຍັງ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ ລາວ - ຫວ​ຽດ​ນາ​ມ ໃນ​ໄລ​ຍະ​ທ້າຍ​ປີ 2021 ອີກ​ດ້ວຍ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484708
ມື້ນີ້19
ມື້ວານ205
ອາທິດນີ້1146
ເດືອນນີ້4013