ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ຣາຊະອານາຈັກໄທ ຮັບການຍື່ນສານຕາຕັ້ງຂອງ ທູດກວາເຕມາລາ

 

20211011 Lao Amb To Thailand

 

ໃນຕອນເຊົ້າຂອງວັນທີ່ 11 ຕຸລາ​ 2021,​ ທ່ານ​ ແສງ​ ສຸຂະທິວົງ​, ເອກະອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ປະເທດໄທ​ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ ຄາລອດ ຮາມເບີໂຕ ຈິມເມເນັດ ລີໂຄນາ (Carlos Humberto Jimenez Licona)ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ກວາເຕມາລາ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

 

ພາຍຫຼັງຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດກວາເຕມາລາ ໄດ້ສະແດງຄວາມຂອບໃຈ ຕໍ່ກັບການຕ້ອນຮັບອັນອົບອຸ່ນ ແລະ ຖືເປັນກຽດຢ່າງສູງທີ່ໄດ້ເຂົ້າຍື່ນສານຕາຕັ້ງ ຜ່ານທ່ານເອກອັກຄະລັດຖະທູດ ສປປ. ລາວ ປະຈໍາຣາຊະອານາຈັກໄທ ເພື່ອຍື່ນຕໍ່ໄປຍັງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ; ຢືນຢັນຈະທຸ່ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ກວາເຕມາລາ ແລະ ສປປ. ລາວ ໃຫ້ມີການຂະຫຍາຍຕົວເພີ່ມຂື້ນ.

 

ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ. ລາວ ໄດ້ຕາງໜ້າໃຫ້ ປະທານປະເທດ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ. ລາວ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄາລອດ ຮາມເບີໂຕ ຈິມເມເນັດ ລີໂຄນາ ທີ່ໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກວາເຕມາລາ ປະຈຳ ສປປ. ລາວ; ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ກວາເຕມາລາ ທີ່ມີບາດກ້າວຂະຫຍາຍຕົວ ແລະ ເຊື່ອໝັ້ນວ່າ ທ່ານທູດ ກວາເຕມາລາ ຈະສືບຕໍ່ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ກວ້າງຂວາງຍິ່ງໆຂື້ນໄປ, ແລະ ຫວັງວ່າຫຼັງຈາກການແຜ່ລະບາດພະຍາດໂຄວິດ-19 ຜ່ອນຄາຍລົງ, ທ່ານ ເອກອັກຄະລັດຖະທູດຈະຈັດເວລາເດີນທາງໄປ ສປປ. ລາວ ເພື່ອຢ້ຽມຊົມສະຖານທີ່ວັດທະນະທໍາ, ທຳມະຊາດ ແລະ ສໍາພັດກັບຮີດຄອງປະເພນີ ກໍຄືວິຖີການດຳລົງຊີວິດຂອງປະຊາຊົນລາວ, ເຊິ່ງຈະມີຄວາມແຕກຕ່າງ ຫຼື ຄ້າຍຄືກັນກັບປະຊາຊົນກວາເຕມາລາ.

 

ທ່ານເອກອັກຄະລັດຖະທູດ ສປປ. ລາວ ໄດ້ອວຍພອນໄຊອັນປະເສີດໃຫ້ແກ່ ທ່ານເອກອັກຄະລັດຖະທູດ ກວາເຕມາລາ ຈົ່ງມີສຸຂະພາບເຂັ້ມແຂງ,​ ມີພະລານາໄມສົມບູນ ແລະ ປະສົບຄວາມສໍາເລັດໃນພາລະໜ້າທີ່ີອັນມີກຽດ ແລະ ສູງສົ່ງ ປະຈຳ ສປປ. ລາວ.

 

າທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດກວາເຕມາລາໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 20 ກຸມພາ 2008.

--------------//-------------

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633