ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

20211014-rusia

 

ໃນຕອນວັນທີ 09 ຕຸລາ 2021 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດກອງປະຊຸມເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ, ມີຄະນະໜ່ວຍພັກ, ສະມາຊິກພັກ ເເລະ ພະນັກງານຂອງສະຖານທູດ ລວມທັງໝົດຈຳນວນ 12 ສະຫາຍ ຍິງ 4 ສະຫາຍເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ  ປະຈໍາ ສ.ຣັດເຊຍ ໄດ້ເຜີຍເເຜ່ຕໍ່ກອງປະຊຸມຊາບ ກ່ຽວກັບເອກະສານບົດເເນະນໍາ ໃນການຈັດຕັ້ງເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຂອງຄະນະພັກກະຊວງການຕ່າງປະເທດ ສະບັບເລກທີ 301/ຄພ.ຕປທ, ລົງວັນທີ 02 ມິຖຸນາ 2021 ເເລະ ບົດລາຍງານການເມືອງ ຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ. ພ້ອມນີ້, ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດທີ່ຍາດມາໄດ້, ບັນຫາທີ່ຄົງຄ້າງ, ບົດຮຽນທີ່ສາມາດຖອດຖອນໄດ້ໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງພັກປະຊາຊົນປະຕິວັດລາວ.

ກອງປະຊຸມຍັງໄດ້ຮັບຟັງການບັນຍາຍ ເອກະສານ ກ່ຽວກັບ ມະຕິກອງປະຊຸມໃຫຍ່ຜູ້ເເທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເເລະ ເອກະສານຈັດຕັ້ງເຊື່ອມຊຶມ ເເລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຊຶ່ງສະເໜີໂດຍ ສະຫາຍ ພັນເອກ ສີສະໄຫວ ສິມມະລິວົງ, ຮອງເລຂາໜ່ວຍພັກ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ. ຣັດເຊຍ.

ເອກະສານທີນຳມາເຊື່ອມຊຶ່ມໃນຄັ້ງນີ້ມີ: ມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XI ຂອງພັກໂດຍສະເພາະແມ່ນເນື້ອໃນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຈະຕ້ອງໄດ້ຊີ້ນຳ-ນຳພາໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ໃນ 5 ປີຕໍ່ໜ້າ, ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະໄໝທີ XI, ວັດຖຸປະສົງຂອງພັກແມ່ນນຳພາປວງຊົນລາວທັງຊາດດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງພັກ ຍາມໃດກໍ່ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ແລະ ມູນເຊື້ອອັນສະຫງ່າງາມຂອງພັກ ເປັນພື້ນຖານທິດສະດີ ຍຶດໝັ້ນ ແລະ ເສີມຂະຫຍາຍແນວທາງປ່ຽນແປງຮອບດ້ານ ທີມີຫຼັກການຂອງເຂົ້າສູ່ລວງເລິກ ສືບຕໍ່ບູລະນະລະບອບປະຊາທິປະໄຕໃຫ້ກ້າວຂື້ນສູ່ຈຸດໝາຍສັງຄົມນີຍົມ.

ຜ່ານການຈັດຕັ້ງການເຊື່ອມຊຶມຂອງມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ ໃນຄັ້ງນີ້ ຄະນະໜ່ວຍພັກເຮົາໄດ້ຢັ້ງຢືນໃຫ້ເຫັນວ່າ ຍາມໃດພັກເຮົາກໍ່ຍຶດໝັ້ນໃນທິດສະດີ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ກຳແໜ້ນສະພາວະຄວາມເປັນຈິງຂອງປະເທດຊາດ ກໍ່ຄືຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າໃນທົວປະເທດ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ທັງໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ້ປະກົດຜົນເປັນຈິງ ເພື່ອສ້າງໃຫ້ໜ່ວຍພັກຂອງສະຖານທູດເຮົາກາຍເປັນ 1. ໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ຕາມແຜນການ ແລະ ເປົ້າໝາຍທີ່ໜ່ວຍພັກໄດ້ວາງໄວ້; 2. ເສີມຂະຫຍາຍແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເຄື່ອນໄຫວວຽກງານຢ່າງເປັນເຈົ້າການ ແລະ ເປັນເຈົ້າການຕົນເອງ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີຄຳຖາມ ເຮັດໃຫ້ເນື້ອໃນການເຊື່ອມຊຶມເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຄັ້ງນີ້ມີຄວາມເລິກເຊິ່ງ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480287
ມື້ນີ້117
ມື້ວານ157
ອາທິດນີ້685
ເດືອນນີ້6518