ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ຜ່ານລະບົບທາງໄກ

 

20211014ACMECS1

 

20211014ACMECS2

 

ໃນຕອນເຊົ້າວັນທີ 14 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ, ກົມເສດຖະກິດ ໃນຖານະກອງເລຂາແຫ່ງຊາດ ຂອງຂອບການຮ່ວມມືແອັກແມັກ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສແອັກແມັກ ຜ່ານລະບົບທາງໄກ ພາຍໃຕ້ການເປັນປະທານ ຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສແອັກແມັກ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສແອັກແມັກ ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງ ປະເທດສະມາຊິກແອັກແມັກຢ່າງພ້ອມພຽງ.

 

ກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍ ຜົນຂອງກອງປະຊຸມສຸດຍອດ ຄັ້ງທີ 9 ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນແມ່ບົດແອັກແມັກ 2019-2023 ໃນການສົ່ງເສີມການຮ່ວມມືຂອງ 3 ເສົາຄໍ້າຄື: ການເຊື່ອມຈອດພື້ນຖານໂຄງລ່າງທີ່ໂລ່ງລ່ຽນ (Seamless Connectivity), ການພັດທະນາພື້ນຖານໂຄງບົນ ທີ່ມີຄວາມກົມກຽວຂອງແອັກແມັກ (Synchronized ACMECS) ແລະ ການພັດທະນາແບບຍືນຍົງ ແລະ ທັນສະໄໝ ຂອງແອັກແມັກ (Smart and Sustainable ACMECS) ພ້ອມທັງ ໄດ້ສືບຕໍ່ປຶກສາຫາລື ກ່ຽວກັບ ການສ້າງຕັ້ງກອງທຶນພັດທະນາແອັກແມັກ ແລະ ກົນໄກການລະດົມທຶນຂອງແອັກແມັກ. ກອງປະຊຸມຄັ້ງນີ້, ຍັງໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ກໍ່ຄື ຂໍ້ສະດວກ, ​ຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃນການແກ້ໄຂສິ່ງທ້າທາຍຮ່ວມກັນ ໃນສະພາບການທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ລວມທັງ ການກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 9 ໃນປີ 2020 ຜ່ານມາ, ແນໃສ່ສົ່ງເສີມການຮ່ວມມື ລະຫວ່າງປະເທດສະມາຊິກດ້ວຍກັນ ແລະ ການຊຸກຍູ້ສະໜັບສະໜູນຈາກ ບັນດາຄູ່ຮ່ວມພັດທະນາ.

 

ກອງປະຊຸມຄັ້ງນີ້ ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ສາມາດບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ ແນ່ໃສ່ກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 10 ພາຍໃຕ້ການເປັນປະທານ ຂອງ ສປປ ລາວ ໃນປີ 2022 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ແອັກແມັກ/ACMECS) ໃນໄລຍະປີ 2021-2022.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484430
ມື້ນີ້134
ມື້ວານ273
ອາທິດນີ້868
ເດືອນນີ້3735