ໃນຕອນບ່າຍຂອງວັນທີ 15 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອທາງການແພດ ໃຫ້ແກ່ ມູນລະນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (ກູ້ໄພ 1623), ຊຶ່ງຕາງໜ້າໃຫ້ກະຊວງການຕ່າງປະເທດເທດ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບຸນທັນ ກຸສົນສະໜອງ, ຮັກສາການຫົວໜ້າຫ້ອງການກະຊວງການຕ່າງປະເທດ.
ເຄື່ອງຊ່ວຍເຫຼືອທາງການແພດທີ່ມອບໃນຄັ້ງນີ້ ແມ່ນໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ, ຊຶ່ງປະກອບມີ: ຊຸດປ້ອງກັນພະຍາດໂຄວິດ-19 (ຊຸດ PPE) ຈຳນວນ 800 ຜືນ ແລະ ຜ້າອັດປາກ-ດັງ ຈຳນວນ 25.000 ອັນ.