ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຢ້ຽມຂໍ່ານັບ ແລະ ຊົມເຊີຍ ຫົວໜ້າຄະນະເສດຖະກິດສູນກາງ ແຫ່ງ ສສ ຫວຽດນາມ ຄົນໃໝ່

 

20211015 Lao Amb To VN-1

20211015 Lao Amb To VN-2

 

ວັນທີ 15ຕຸລາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ເຈີ່ນ ຕ້ວນ ແອງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໃນໂອກາດທີ່ສະຫາຍຮັບຕໍາແໜ່ງໃໝ່. 

ໃນການຕ້ອນຮັບ, ສະຫາຍ ​ເຈິ່ນ ຕ້ວນ ​ແອ​ງ, ກຳມະການກົມ​ການ​ເມືອງການສູນກາງພັກ, ຫົວໜ້າຄະນະ​ເສດຖະກິດ​ສູນ​ກາງໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສອງປະທານປະເທດ ຫວຽດນາມ-​ລາວໃນ​​ເດືອນມິຖຸນາ ແລະ ສິງຫາ 2021ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດຫວຽດນາມ-​ລາວ. ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ລວມທັງການເຂົ້າມາສະແດງຄວາມຊົມເຊີຍຂອງ ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊື່ອໝັ້ນວ່າ ສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ຈາກນັ້ນ, ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວກັບການຂະຫຍາຍຕົວ ດ້ານການພົວພັນຮ່ວມມືເສດຖະກິດ-ການຄ້າ ຂອງສອງປະເທດໂດຍສະເພາະແມ່ນໄລຍະ 6ເດືອນຕົ້ນປີ 2021ໃນມູນຄ່າການຄ້າສອງສົ້ນສາມາດບັນລຸໄດ້ 56%.

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ຜົນສຳ​ເລັດກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກກອມມູນິດຫວຽດ ນາມ ໃນຕົ້ນປີ 2021ທີ່ຜ່ານມາ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່. ພິເສດໃນໂອກາດນີ້, ສະຫາຍກໍໄດ້ຮັບເລືອກເປັນກຳມະການກົມການເມືອງສູນກາງພັກ ແລະ ໄດ້ຮັບການສັບຊ້ອນໃຫ້ດຳລົງຕຳແໜ່ງເປັນຫົວໜ້າຄະນະເສດຖະກິດສູນກາງ ສິ່ງດັ່ງກ່າວ ເປັນການສະແດງໃຫ້ເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ສະຫາຍແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງສະຫາຍ ຄະນະເສດຖະກິດສູນກາງຈະສືບຕໍ່ເຮັດສຳເລັດໜ້າທີ່ ໃນການເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ ໂດຍສະເພາະໃຫ້ແກ່ກົມການເມືອງ, ເລຂາທິການສູນກາງໂດຍກົງ ແລະ ເປັນປະຈໍາ ໃນການສ້າງ ແລະ ກຳນົດແນວທາງ, ມາດຕະການຕ່າງໆ ທາງດ້ານເສດຖະກິດ-ສັງຄົມ ກໍຄືຈະປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ 2021-2025ກໍຄືວິໄສທັດຮອດປີ 2030ແລະ 2045.

ພ້ອມດຽວກັນນັ້ນ, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມແຮງກັນ ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໃນຮອບທີ 4 ນີ້ ຕາມຄໍາຂວັນທີ່ວ່າ ຕ້ານພະຍາດ ກໍຄືຕ້ານສັດຕູເຮັດໃຫ້ປັດຈຸບັນ ຫວຽດນາມສາມາດຄວບຄຸມການລະບາດໃນຮອບ 4 ນີ້ໄດ້ຢ່າງມີໄຊຊຶ່ງປະສົບການ ແລະ ຜົນສໍາເລັດດັ່ງກ່າວໄດ້ກາຍເປັນບົດຮຽນທີ່ດີໃຫ້ແກ່ ສປປ ລາວ ໃນການຕໍ່ສູ້ຕ້ານພະຍາດດັ່ງກ່າວ ທີ່ພວມລະບາດຢູ່ ສປປ ລາວ ເຊັ່ນດຽວກັນ.

ຈາກນັ້ນ, ສະຫາຍເອກອັກຄະລັດຖະທູດທູດກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຂອງພວກຂ້າພະເຈົ້າຕະຫຼອດມາ ບໍ່ວ່າໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືໃນສະໄໝການປະຕິບັດສອງໜ້າທີ່ຍຸດທະສາດ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ພິເສດໃນສະພາບທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຄືປັດຈຸບັນ, ເຖິງຢູ່ຫວຽດນາມເອງກໍພົບຄວາມຫຍຸ້ງຍາກບໍ່ໜ້ອຍ ເພາະຕ້ອງຮັບມືກັບເຊື້ອພະຍາດເຊັ່ນດຽວກັນ ແຕ່ກໍຍັງໄດ້ບິແບ່ງການຊ່ວຍເຫຼືອຢ່າງທັນການ ທັງດ້ານວັດຖຸເງິນຄໍາ, ຄະນະຊ່ຽວຊານ ແລະ ອຸປະກອນການແພດຂອງ ສສ ຫວຽດນາມ ໄປຊ່ວຍ ສປປ ລາວ ຊຶ່ງເຮັດໃຫ້ວຽກງານການຕ້ານ ແລະ ສະກັດກັ້ນການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ລາວ ມີປະສິດທິຜົນຂຶ້ນ.

ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ເສດຖະກິດການຄ້າລະຫວ່າງສອງປະເທດ ເປັນຕົ້ນການລົງທຶນທາງດ້ານການປູກຝັງ, ລ້ຽງສັດຢູ່ສປປລາວ, ສະພາບການຄ້າ ແລະ ການສົ່ງອອກລະຫວ່າງສອງປະເທດ ຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484569
ມື້ນີ້85
ມື້ວານ188
ອາທິດນີ້1007
ເດືອນນີ້3874