ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຈັດປາຖະກາຖາ ໃນຫົວຂໍ້ “ການພົວພັນ ສປປ ລາວ-ສປ ຈີນ ແລະ 30 ປີ ການພົວພັນອາຊຽນ-ຈີນ”

khamphao1

ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນສາງຊາ, ແຂວງຫູໜານ, ສປ ຈີນ ໃນລະຫວ່າງວັນທີ 15-18 ຕຸລາ 2021. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ປາຖະກະຖາ ໃນຫົວຂໍ້ ການພົວພັນ ສປປ ລາວ-ສປ ຈີນ 60 ປີ ແລະ 30 ປີ ການພົວພັນອາຊຽນ-ຈີນ ທີ່ ມະຫາວິທະຍາໄລສ້າງຄູຫູໜານ ໂດຍໄດ້ຮັບການສະໜັບສະໜູນຈາກສູນອາຊຽນ-ຈີນ.

ຈຸດປະສົງ ແມ່ນເຮັດໃຫ້ນັກສຶກສາອາຊຽນ ແລະ ຈີນ ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວ ແລະ ຜູ້ເຂົ້າຮ່ວມຫຼາຍກວ່າ 200 ຄົນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງອາຊຽນ-ຈີນ ຕະຫຼອດໄລຍະ 30 ປີ ທີ່ຜ່ານມາ ແລະ ໝາກຜົນອັນໃຫຍ່ຫຼວງຂອງການພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ສປ ຈີນ ຕະຫຼອດໄລຍະ 60 ປີ ຜ່ານມາ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະເໜີບັນດາແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງອາຊຽນ-ຈີນ ກໍ່ຄືການຮ່ວມມືສອງຝ່າຍ ສປປ ລາວ ແລະ ສປ ຈີນ.

ໃນໂອກາດນີ໊, ຄະນະສະຖານທູດລາວ ກໍ່ໄດ້ຢ້ຽມຂໍ່ານັບ ທ່ານ ຊູ ຕ້າເຈີ, ເລຂາຄະນະພັກແຂວງຫູໜານ ແລະ ທ່ານ ເໝົາ ເວີຍມິງ, ຮອງເລຂາຄະນະພັກແຂວງຫູໜານ, ເຈົ້າແຂວງຫູໜານ, ເຊິ່ງທັງສອງຝ່າຍໄດ້ຮ່ວມກັນຕີລາຄາສູງການພົວພັນອັນດີຂອງລະຫວ່າງສອງປະເທດໂດຍສະເພາະ ການຈັດຕັ້ງປະຕິບັດການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ລາວ-ຈີນ ກໍ່ຄື ການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຊາຕະກໍາລາວ-ຈີນ, ນອກນັ້ນ, ຍັງໄດ້ໝາຍໝັ້ນໃນການສືບຕໍ່ຮ່ວມມືກັນໃນອະນາຄົດ ຂອງສອງຊາດ ໂດຍສະເພາະ ລະຫວ່າງ ສປປ ລາວ ກັບແຂວງຫູໜານ. ໃນໂອກາດນີ້ ແຂວງຫູໜານ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ໃຫ້ແກ່ ສປປ ລາວ ຄິດເປັນມູນຄ່າທັງໝົດ 1 ລ້ານຢວນ.

ການຢ້ຽມຢາມເຮັດວຽກຢູ່ແຂວງຫູໜານ ຂອງຄະນະສະຖານທູດລາວຄັ້ງນີ້ ກໍ່ແມ່ນກິດຈະກໍາໜຶ່ງ ທີ່ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງການເປັນຄູ່ເຈລະຈາອາຊຽນ-ຈີນ, 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ 100 ປີ ແຫ່ງການສ້າງຕັ້ງພັກກອມມູນິດຈີນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480246
ມື້ນີ້76
ມື້ວານ157
ອາທິດນີ້644
ເດືອນນີ້6477