ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ສ້າງຕັ້ງສາຍພົວພັນການທູດ ກັບ ສາທາລະນະລັດ ອູການດາ

 

Lao-Uganda

 

ເພື່ອເປັນການເສີມຂະຫຍາຍ ສາຍພົວພັນການທູດ ພ້ອມທັງ ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອູການດາ (Republic of Uganda), ໃນຕອນເຊົ້າ ຂອງວັນທີ 27 ກັນຍາ 2021 ຢູ່ທີ່ສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ    ອູການດາ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນ ນິວຢອກ, ສ.ອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອູການດາ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ,ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ອູການດາ ແມ່ນ ທ່ານ ດຣ. ອາໂດເນຍ ອາເຢບາເຣ (H.E. Dr. Adonia Ayebare), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ອູການດາ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການໃນຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວ ຂອງບັນດານັກການທູດຂອງທັງສອງຝ່າຍ.

 

ປະເທດ ສາທາລະນະລັດ ອູການດາ ເປັນປະເທດຕັ້ງຢູ່ ພາກຕາເວັນອອກ ຂອງທະວີບ ອາຟຣິກາ, ມີຊາຍແດນຕິດກັບ 05 ປະເທດຄື: Kenya, Sudan, Democratic Republic of the Congo, Rwanda, Tanzania, ໄດ້ຮັບເອກະລາດໃນວັນທີ 9 ຕຸລາ 1962 ຈາກປະເທດອັງກິດ ແຕ່ບໍ່ເຄີຍຕົກເປັນຫົວເມືອງຂຶ້ນແບບເຕັມສ່ວນ. ອູການດາ ເປັນປະເທດ ທີ່ມີບົດບາດສູງສົມຄວນໃນເວທີ ສປຊ, ເຂົ້າເປັນສະມາຊິກຂອງອົງການ ສປຊ ໃນວັນທີ 25 ຕຸລາ 1962 ໂດຍຈັດຢູ່ໃນກຸ່ມພາກພື້ນ ອາຟຣິກາ, ເຄີຍໄດ້ຮັບການເລືອກຕັ້ງເປັນສະມາຊິກບໍ່ຖາວອນ ຂອງສະພາຄວາມຫມັ້ນຄົງ ສປຊ 03 ຄັ້ງ ໃນປີ 1966, 1981-1982 ແລະ 2009-2010, ເປັນສະມາຊິກສະພາເສດຖະກິດ-ສັງຄົມ 05 ຄັ້ງໃນປີ 1973-1978,1984-1986, 1995-1997,2001-2003, 2015-2017 ແລະ ສະພາສິດທິມະນຸດ 01 ຄັ້ງໃນປີ 2010-2013, ແລະ ເຄີຍເປັນປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 69. ເຊັ່ນດຽວກັນກັບ ສປປລາວ, ອູການດາ ຍັງເປັນສະມາຊິກປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ເປັນສະມາຊິກກຸ່ມ 77 ແລະ ຈີນ, ແລະ ເປັນສະມາຊິກຂະບວນການບໍ່ຮ່ວມກຸ່ມ (NAM) ເຊິ່ງຈະເຮັດຫນ້າທີ່ເປັນປະທານ NAM ໃນສະໄຫມຕໍ່ໄປ. ອຸການດາ ເປັນ 01 ໃນ 122 ປະເທດ ທີ່ປະກອບສ່ວນເຂົ້າໃນກອງກຳລັງຮັກສາສັນຕິພາບ ສປຊ, ມີນະໂຍບາຍການຕ່າງປະເທດ ແລະ ເຄື່ອນໄຫວວຽກງານຕ່າງ ປະເທດ ໂດຍຍຶຶດຖືຫລັກການພື້ນຖານ ພາຍໃຕ້ກົດບັດ ສປຊ. ສາທາລະນະລັດ ອູການດາ ມີປະທານາທິບໍດີ ເປັນປະມຸກລັດ ແລະ ມີນາຍົກລັດຖະມົນຕີ ເປັນຫົວຫນ້າລັດຖະບານ; ມີເນື້ອທີທັງຫມົດ: 241,550 km2, ນະຄອນຫລວງຊື່: Kampala, ມີປະຊາກອນປະມານ 46,8 ລ້ານ ຄົນ, ພາສາທາງການ ແມ່ນນໍາໃຊ້ພາສາທ້ອງຖິ່ນ (Kirundi) ແລະ ພາສາອັງກິດ. ປະຊາຊົນ ອູການດາ ປະມານ 84 ສ່ວນຮ້ອຍ ນັບຖືສາສະນາ Christian ແລະ 12 ສ່ວນຮ້ອຍ ແມ່ນນັບຖືສາສະຫນາ Islam. ເສດຖະກິດ ຂອງ ອູການດາ ສ່ວນໃຫຍ່ແມ່ນຍັງອີງໃສ່ ກະສິກຳ ແລະ ຄາດວ່າໃນປີ 2024-2025 ຈະສາມາດຜະລິດ ແລະ ສົ່ງອອກນໍ້າມັນໄດ້. ອູການດາ ມີທີ່ຕັ້ງທາງດ້ານພູມສາດ ທີ່ມີຄວາມສໍາຄັນ ແລະ ມີຄວາມຫລາກຫລາຍດ້ານຊັບພະຍາກອນທໍາມະຊາດ ຊຶ່ງປະກອບດ້ວຍພູເຂົາໄຟ, ພູດອຍ, ທະເລສາບ ແລະ ມີເຂດປ່າສະຫງວນແຫ່ງຊາດ ທີ່ໄດ້ຮັບການຂຶ້ນທະບຽນ ໃຫ້ເປັນມໍລະດົກໂລກທາງທຳມະຊາດຈາກອົງການUNESCO.

ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດ ກັບ 147 ປະເທດ ໃນທົ່ວໂລກ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480281
ມື້ນີ້111
ມື້ວານ157
ອາທິດນີ້679
ເດືອນນີ້6512