ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ

 

VietDonateMoney1

VietDonateMoney2

VietDonateMoney3

 

ໃນ​ວັນ​ທີ 25 ຕຸລາ2021,ທີ່ ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສສ ຫວຽດນາມ ໄດ້​ມີ​ພິທີ​ມອບ-​ຮັບເງິນ ສົດ ແລະ ເຄື່ອງ​ຊ່ວຍ​ເຫຼືອ​​ອຸປະກອນ​ການ​ແພດ​ຈາກ ​ລັດຖະບານ ​ຫວຽດນາມ​ ມອບ​ໃຫ້​ ລັດຖະບານ​ລາວ​ ໂດຍ ສະຫາຍ ຫງວຽນ ກວກ ຢຸງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສສ. ຫວຽດນາມ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສສ ຫວຽດນາມ ເປັນຜູ້ກ່າວມອບ ແລະ ກ່າວ​ຮັບ​ໂດຍ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ ​ທີ່ ​ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

ເຄື່ອງ​ຊ່ວຍ​ເຫຼືອທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ມີ ​ເງິນສົດ​ຈຳນວນ 2.150.000 ​ໂດ​ລາ​ສະຫະລັດ ພ້ອມ​ດ້ວຍ​ອຸປະກອນ​ການ​ແພດ​ຈຳນວນ​ໜຶ່ງ ລວມມູນຄ່າ 2.270.000 ໂດລາສະຫະລັດ.

ໃນ​ພິທີ ສະຫາຍ ​ຫງວຽນ ກວກ ຢຸງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ຫວຽດນາມ ໄດ້​ຕາງໜ້າ​ພັກ, ລັດສະ​ແດງ​ຄວາມ​ເປັນ​ຫວ່ງເປັນ​ໃຍຕໍ່​ການລະບາດພະຍາດ​ໂຄ​ວິດ-19​ ຮອບ​ໃໝ່(ຮອບ 3)​ຢູ່​ ສປປ ລາວ ຊຶ່ງ​ເງິນ ​ແລະ ອຸປະກອນ​ການ​ແພດ​ທີ່​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​ຈະບໍ່​ຫຼາຍ​ແຕ່​ກໍ​ເປັນ​ການ​ປະກອບ​ສ່ວນດ້ວຍ​ຄວາມ​ຈິງ​ໃຈ ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ ສປປ ລາ​ວ​ ໃນ​ການ​ປ້ອງ​ກັນ​ໂຄ​ວິດ-19​ທີ່​ກຳລັງ​ລະບາດ​ຢູ່​ລາວ ​ໃນ​ປະຈຸ​ບັນ ຫວັງ​ວ່າ​ລັດຖະບານ ​ແລະ ປະຊາຊົນ​ລາວ ຈະ​ພ້ອມ​ກັນ​ຕ້ານ ​ແລະ​ ສະກັດ​ກັ້ນເຊື້ອ​ພະຍາດ​ໂຄດ​ວິດ-19 ​ໄດ້ ​ແລະ ຂໍ​ໃຫ້​ປະຊາຊົນ​ລາວ ກັບ​ມາ​ໃຊ້​ຊີວິດ​ແບບ​ປົກກະຕິ​ໂດຍ​ໄວ.

ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບ​​ອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ ສະຫາຍ ຫງວຽນ ກວກ ຢຸງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສສ. ຫວຽດນາມ,ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ເປັນ​ການສະ​ແດງໃຫ້ເຫັນ​ເຖິງນ້ຳໃຈ​​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-​ຫວຽດນາມ ອ້າຍ​ນ້ອງ ທີ່​ເວລາ​ໃດ​ກໍໄດ້ໃຫ້ການ​ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ຕະຫຼອດ​ມາ ໂດຍສະເພາະໃນເວລາທີ່ກໍາລັງພົບຄວາມຫຍຸ້ງຍາກ. ເຖິງຢູ່ ຫວຽດນາມ ກໍ​ກຳລັງ​ພົບ​ຄວາມ​ຫຍຸ້ງ​ຍາກ ​ເນື່ອງ​ຈາກ​ປະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ຮອບ​ທີ 4 ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ສົ່ງ​ຜົນ​ກະທົບ​ຕໍ່​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ, ​ກໍ​ຄື​ເສດຖະກິດ​ຢ່າງ​ມະຫາສານ. ​ແຕ່​ເຖິງຢ່າງ​ໃດ​ກໍ​ຕາມ​ພັກ, ລັດ ​ແລະ ​ປະຊາຊົນ​ຫວຽດນາມ ກໍ​ຍັງ​ສະ​ແດງ​ຄວາມ​ເປັນ​ຫ່ວງເປັນ​ໄຍ ​ແລະ ບິ​ແບ່ງ​ວັດຖຸ ​ເງິນຄຳ​ໄປຊ່ວຍ​ເຫຼືອ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ຕະຫຼອດ​ມາ.

ໃນ​ໂອກາດ​ນີ້, ສະຫາຍ​ ເອກອັກຄະລັດຖະທູດ ​ຍັງ​ໄດ້​ຢືນຢັນ​ວ່າ ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ໃຫ້​ແກ່ ສປປ ລາວ ໃນການ​ຮັບ​ມື ​ແລະ ຜ່ານຜ່າ ຈາກ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ພາຍ​ໃນ​ປະ​ເທດ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ກັບ​ຄືນ​ສະພາບ​ປົກກະຕິ​ໂດຍ​ໄວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480388
ມື້ນີ້46
ມື້ວານ172
ອາທິດນີ້786
ເດືອນນີ້6619