ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພົນລະເມືອງລາວ ທີ່ອາໄສຢູ່ກຸງເທບມະຫານະຄອນ ໄດ້ຮັບວັກແຊັງປ້ອງກັນໂຄວິດ-19

 

20211102 Lao Amb To Thai - 120211102 Lao Amb To Thai - 2

20211102 Lao Amb To Thai - 4

 

ປະຊານຊົນລາວຫຼາຍພັນຄົນທີ່ອາໃສໃນກຸງເທບມະຫານະຄອນ (ກທມ) ໄດ້ພາກັນມາສັກວັກແຊັງທີ່ສູນບໍລິການຕຶກ SCGບາງຊື, ເຊິ່ງການສັກຢາວັກແຊັງຄັ້ງນີ້ເປັນການຮ່ວມມື ລະຫວ່າງ ສະຖານທູດລາວ ປະຈໍາຣາຊະອານາຈັກ, ສໍານັກງານ ກຸງເທບມະຫານະຄອນ ແລະ ໂຄງການຈິດອາສາປິ່ນປົວໂຄວິດ-19 ເພື່ອມິດຕະພາບ ລາວ-ໄທ 70 ປີ ເພື່ອເປີດໂອກາດໃຫ້ປະຊາຊົນລາວທີ່ອາໃສໃນ ກທມ ໄດ້ເຂົ້າເຖິງວັກແຊັງປ້ອງກັນໂຄວິດ-19 ໂດຍໄດ້ສັກວັກແຊັງ ຊິໂນແວັກ ເປັນເຂັມທໍາອິດ ແລະ ແອັດສະຕາເຊເນກາ ເປັນເຂັມທີ່ສອງ ເລີ່ມແຕ່ວັນທີ່ 26-28 ຕຸລາ 2021.

ໂຄງການສັກວັກແຊັງດັ່ງກ່າວແມ່ນອານຸຍາດໃຫ້ພົນລະເມືອງລາວທີ່ຖຶພັດສະປອດລາວ ແລະ ໜັງສືຢັ້ງຢືນຕົວຕົນຂອງຄົນລາວມາລົງທະບຽນຜ່ານທາງອອນລາຍ ເພື່ອສັກຢາໃນເບຶື້ອງຕົ້ນມີຜູ້ມາລົງທະບຽນປະມານ 3,500 ຄົນ, ແຕ່ໃນຕົວຈິງມີຄົນລາວມາສັກຫຼາຍກວ່າຕົວເລກທີ່ລົງທະບຽນ ໂດຍການສັກຢາຄັ້ງນີ້ມີຈໍານວນທັງໝົດ 3,849 ຄົນ ຊຶ່ງຈໍານວນທີ່ມາຫຼາຍເກີນຕົວເລກລົງທະບຽນນັ້ນ ກໍຍ້ອນພົນລະເມືອງໄດ້ຮັບຂໍມູນຂ່າວສານການເປີດສັກວັກແຊັງ ຈາກຜູ້ທີ່ມາໃນມື້ທໍາອິດ ແລະ ກໍພາກັນມາລົງທະບຽນທີ່ຕຶກ SCGບາງຊືໂດຍກົງ. ສໍາລັບການສັກວັກແຊັງເຂັມທີ່ສອງແມ່ນຈະມີຂື້ນໃນອີກ 3 ອາທິດຕໍ່ໜ້າ (16-18 ພະຈິກ 2021).

ໃນການເປີດສັກວັກແຊັງໃນວັນທີ່ 26 ຕຸລາ 2021 ມືິທໍາອິດ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ກຽດຕິຄຸນ ຊາດປະເສີດ, ອາດີດທູດໄທປະຈໍາລາວ ແລະ ທັງເປັນທານສະມາຄົມ ໄທ-ລາວ ເພື່ອມິດຕະພາບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຂອງສຳນັກງານ ກທມ ກໍໄດ້ເຂົ້າຮ່ວມ ເພື່ອຕິດຕາມສະພາບການເປີດສັກວັກແຊັງ ແລະ ໃຫ້ກໍາລັງໃຈຄົນລາວທີ່ມາສັກວັກແຊັງ. ໃນໂອກາດການເຂົ້າຮ່ວມດັ່ງກ່າວ, ທ່ານ ທູດ ແສງ ໄດ້ກ່າວຕໍ່ປະຊາຊົນທີ່ມາສັກວັກແຊັງວ່າ ຕົນມີຄວາມດີໃຈຫຼາຍ ທີພີ່ນ້ອງລາວເຮົາມາສັກວັກແຊັງ ເປັນຈໍານວນຫຼວງຫຼາຍ ພ້ອມທັງໄດ້ຖາມຂ່າວອ້າຍເອື້ອຍນ້ອງຄົນລາວເຮົາທີ່ມາສັກວັກແຊັງ ແລະ ໄດ້ຢ້ຽມຢາມບັນດາສະຖານທີ່ໃນການບໍລິການສັກແຊັງໃຫ້ແກ່ຄົນລາວ ແລະ ພົນລະເມືອງປະເທດເພື່ອນບ້ານ. ທ່ານ ທູດ ແສງ ກໍຍັງໄດ້ກ່າວຕື່ມວ່າ ຂໍໃຫ້ພີ່ນ້ອງລາວເຮົາກັບມາສັກເຂັມທີ່ສອງອີກໃນກາງເດືອນໜ້າຢ່າງພ້ອມພຽງ. ຫຼັງຈາກການຢ້ຽມຢາມຖາມຂ່າວພິນ້ອງລາວເຮົາແລ້ວ, ທ່ານ ທູດ ແສງ ຍັງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໄທຈໍາໜຶ່ງ ທີ່ມາຕິດຕາມເອົາຂ່າວ ຊຶ່ງທ່ານ ທູດ ໄດ້ກ່າວຂອບໃຈບັນດາແພດໝໍ, ພະຍາບານ, ເຈົ້າໜ້າທີ່ ກທມ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ຊ່ວຍເຫຼືອຄົນລາວທີ່ອາໃສໃນ ກທມ ໄດ້ຮັບໂອກາດເຂົ້າເຖິງວັກແຊັງ ແລະ ກໍເຮັດໃຫ້ໂຄງການນີ້ເກີດຂື້ນ ຊຶ່ງເປັນການຮ່ວມການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງອັນດີ ລະຫວ່າງ ລາວ-ໄທ ເວົ້າລວມ ເວົ້າສະເພາະ ລະຫວ່າງ ສະຖານທູດລາວ ແລະ ກທມ ກໍຄືໂຄງການຈິດອາສາ. ທ່ານ ທູດ ແສງ ຍັງກ່າວອີກວ່າ ຕົນມີຄວາມຕື່ນຕັນໃຈຫຼາຍທີ່ ສໍານັກງານ ກທມ ກໍຄືຜູ້ວ່າ ກທມ ທ່ານ ພົນຕໍາຫຼວດເອກ ອັດສະວິດ ຂັວນເມືອງ ແລະ ໂຄງການຈິດອາສາ ທີ່ມີນໍ້າໃຈເສຍສະລະ ແລະ ມີຄວາມຮັກຄວາມແພງຊ່ວຍເຫຼືອເຊິງກັນ ແລະ ກັນ ພ້ອມທັງຂໍໃຫ້ຄົນລາວໃນ ກທມ ໃຫ້ຮີບພາກັນມາສັກວັກແຊັງ ເພື່ອສ້າງພຸມປ້ອງກັນຂອງພີ່ນ້ອງລາວເຮົາ ກໍຄືສ້າງພຸມຄຸ້ມກັນໝູ່.

ທ່ານ ໝໍ ນະວະພອນ ຕັນໄພບູນກຸນ, ຫົວໜ້າກຸ່ມງານວິຊາການ ແລະ ແຜນການ ຂອງກອງການຢາ ສໍານັກງານອານາໄມ ໄດ້ກ່າວວ່າໃນການບໍລິການຮັບສັກວັກແຊັງໃຫ້ຄົນຕ່າງດ້າວ ໂດຍສະເພາະປະຊາຊົນລາວທ່ີ່ອາໃສໃນ ກທມ ຕົນໄດ້ເຮັດໜ້າທີ່ຮັບຜິດຊອບການບໍລິຫານຈັດການວັກແຊັງຂອງສູນບໍລິການບາງຊື SCGຊຶ່ງເປັນໂອກາດພິເສດທີ່ໄດ້ຕອນຮັບກຸ່ມປະຊາຊົນລາວໃນການສັກວັກແຊັງໃນຄົນລາວທີ່ຢູ່ ກທມ ໃຫ້ມີພຸມຄຸມກັນເກີດຂື້ນ. ພ້ອມດຽວກັນນີ້, ທ່ານ ໝໍ ໄດ້ໃຫ້ຄວາມເຊື້ອໝັ້ນວ່າ ທຶມແພດແມ່ນໄດ້ເກັບຮັກສາວັກແຊັງໃຫ້ຢູ່ໃນອຸນນະພຸມທີ່ມີມາດຕະຖານສູງ ແລະ ເປັນວັກແຊັງທີ່ມີຄຸນນະພາບດີ ໂດຍຄັ້ງນີ້ປະຊາຊົນລາວໄດ້ສັກວັກແຊັງເຂັມທຳອິດແມ່ນສະນິດ ຊີໂນແວັກ ແລະ ເຂັມສອງຈະເປັນແອັດສະຕາເຊເນກາ ຊຶ່ງຂໍ້ດີຂອງສູດຂວ່າຍນີ້ແມ່ນຈະຊ່ວຍໃຫ້ປະຊາຊົນໄດ້ຮັບເຂັມທີ່ສອງໄວຂຶ້ນ ຫຼັງຈາກມີໄລຍະຫ່າງຈາກເຂັມ 1 ພຽງແຕ່ 3 ອາທິດ ແລະ ຈະເຮັດໃຫ້ຜູ້ຮັບວັກແຊັງໄດ້ມີການສ້າງພູມຄຸ້ມກັນໄດ້ໄວຂື້ນ (ຖ້າສັກວັກແຊັງສະນິດດຽວກັນຈະເວັ້ນໄລຍະຫ່າງ 3 ເດືອນ). ທ່ານ ໝໍ ສະແດງຄວາມຂອບໃຈທີ່ສະຖານທູດລາວໄດ້ສົ່ງທືມງານເຈົ້າໜ້າທີ່ສະຖານທູດມາຊ່ວຍໃນການອໍານວຍຄວາມສະດວກ, ໂດຍສະເພາະກ່ຽວກັບການສື່ສານລະຫວ່າງແພດ ແລະ ຄົນລາວ ຂັ້ນຕອນການ ປະກອບຟອມ ແລະ ຂັ້ນຕອນອື່ນໆກ່ອນເຂົ້າຮັບວັກແຊັງ ຊຶ່ງທຶມງານສະຖານທູດໄດ້ຊ່ວຍແກ້ໄຂບັນຫານີ້ໄດ້ຢ່າງດີຫຼາຍ ແລະ ຫຼຸດເວລາໃນຂັ້ນຕອນຕ່າງໆລົງ ແລະ ໄວຂື້ນ.

ນາງ ບັງ ຄົນລາວທີ່ພິການທາງສາຍຕາ, ຢູ່ບ້ານນາບຽນ ນະຄອນຫຼວງວຽງຈັນ ໄດ້ເຂົ້າມາເຮັດວຽກຢູ່ ກທມ ໄດ້ 5 ປີ ແລ້ວ ຊຶ່ງລາວໄດ້ແຕ່ງງານກັບຄົນພິການທາງສາຍຕາທີ່ເປັນຄົນໄທ ແລະ ມາເຮັດວຽກຂາຍຫວຍ ພ້ອມທັງເປັນໝໍນວດນໍາ. ນາງ ບັງ ໄດ້ກ່າວວ່າ ຕົນມີຄວາມດີໃຈຫຼາຍທີ່ໄດ້ຮັບຂ່າວການເປີດໃຫ້ຄົນລາວທີ່ຢູ່ ກທມ ໄດ້ມາສັກວັກແຊັງໃນມື້ນີ້ ແລະ ຕົນເອງກໍຫີບຟ້າວມາສັກເລີຍ ຫລັງໄດ້ຟັງຂ່າວນໍາໝູ່ເພື່ອນ ພ້ອມທັງຂໍຂອບໃຈ ສະຖານທູດລາວ ແລະ ທາງການໄທ ທີ່ເປີດໂອກາດຊ່ວຍເຫຼືອຜູ້ທີ່ພິການ ແລະ ຄົນລາວອື່ນໆອີກດ້ວຍ.

ທ້າວ ຍົງ, ອາຍຸ 40 ປີ ຢູ່ເມືອງຈຳພອນ ແຂວງສະຫັວດນະເຂດ ຊຶ່ງໄດ້ມາເຮັດວຽກເປັນພະນັກງານລ້າງລົດຢູ່ ປໍ້ານໍ້າມັນ ປຕທ ໃນ ກທມ 10 ປີ ແລ້ວ ໄດ້ກ່າວວ່າ ຕົນດີໃຈຫຼາຍທີ່ນາຍຈ້າງໄດ້ແຈ້ງໃຫ້ຮູ້ວ່າ ສະຖານທູດລາວ ຮ່ວມກັບ ກທມ ໄດ້ເປີດໃຫ້ຄົນລາວໄປສັກວັກແຊັງໄດ້ແລ້ວ ໂດຍນາຍຈ້າງໄດ້ຮັບແຈ້ງປະກາດຈາກບໍລິສັດຈັດຫາງານຂອງໄທ ແລະ ຕົນກໍຮີບຟ້າວລົງທະບຽນ ຊຶ່ງຕົນກໍດີໃຈຫຼາຍທີີ່ລັດຖະບານລາວເຮົາ ຍັງມີຄວາມເປັນຫ່ວງເປັນໃຍຄົນລາວ ທີ່ເຮັດວຽກຢູ່ປະເທດໄທ ພ້ອມທັງຂອບໃຈລັດຖະບານໄທທີ່ໃຫ້ການຊ່ວຍເຫຼືອ ໃຫ້ຕົນໄດ້ເຂົ້າເຖິງວັກແຊັງ.

ໂຄງການການສັກວັກແຊັງດັ່ງກ່າວ ກໍຍັງມີຄົນກຳປູເຈ້ຍ ແລະ ມ້ຽມມາທີ່ອາໃສໃນ ກທມ ກໍໄດ້ຮັບໂອກາດມາສັກວັກແຊັງຈາກຜູ້ວ່າ ກທມ ເຊັນດຽວກັນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484518
ມື້ນີ້34
ມື້ວານ188
ອາທິດນີ້956
ເດືອນນີ້3823