ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ສສ ຫວຽດນາມ ພົບປະ ແລະ ຢ້ຽມຢາມ ທະນາຄານນະໂຍບາຍສັງຄົມຫວຽດນາມ

20211102LAOEM

ວັນທີ 29 ຕຸລາ 2021 ທີ່ ສຳນັກງານໃຫຍ່ທະນາຄານນະໂຍບາຍສັງຄົມຫວຽດນາມ ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍເຢືອງ ກຽດ ຖັງ (Dương Quyết Thng), ຜູ້ອຳນວຍການໃຫຍ່ທະນາຄານ ນະໂຍບາຍສັງຄົມຫວຽດນາມສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້ໄປຢ້ຽມຢາມ ແລະ ພົບປະເຮັດວຽກກັບທະນາຄານນະໂຍບາຍສັງຄົມ ຫວຽດນາມ.

ໂອກາດນີ້ສະຫາຍ ເຢືອງ ກຽດ ຖັງໄດ້ແຈ້ງໃຫ້ ສະຫາຍ ແສງເພັດ ແລະ ຄະນະຊາບໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການນໍາເດີນທຸລະກິດຂອງທະນາໂຍບາຍສັງຄົມຫວຽດນາມ ກໍຄືການພົວພັນ, ຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງທະນາຄານນະໂຍບາຍ ຂອງລາວ ແລະ ທະນາຄານນະໂຍບາຍສັງຄົມຫວຽດນາມ ໃນໄລຍະຜ່ານມາ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕີລາຄາສູງຕໍ່ກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ການນໍາເດີນທຸລະກິດຂອງທະນາຄານໂຍບາຍສັງຄົມຫວຽດນາມ ກໍຄືການພົວພັນ, ຮ່ວມມືລະຫວ່າງສອງທະນາຄານນະໂຍບາຍຂອງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ. ພ້ອມທັງຊົມເຊີຍຕໍ່ຜົນສຳເລັດທີ່ປະຊາຊົນຫວຽດນາມອ້າຍນ້ອງທີ່ຍາດມາໄດ້ໃນການພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ໂດຍສະເພາະໃນສະພາບທີ່ມີການລະບາດຂອງເຊື້ອພະຍາດ ໂຄວິດ-19 ທີ່ໄດ້ ສົ່ງຜົນກະທົບຢ່າງມະຫາສານໄປທົ່ວໂລກ ລວມທັງ ລາວ ແລະ ຫວຽດນາມ ແຕ່ຍ້ອນການຊີ້ນໍາ-ນໍາພາຂອງພັກ ກອມມູນິດຫວຽດນາມ ກໍຄືການບໍລິຫານຂອງລັດຖະບານ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນຫວຽດນາມ ຈຶ່ງເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນຈຳນວນປະເທດທີ່ມີການຂະຫຍາຍເສດຖະກິດເປັນບວກ (+) ຊຶ່ງ ໜຶ່ງໃນນັ້ນກໍມາຈາກການປະກອບສ່ວນ ຢ່າງຕັ້ງໜ້າຂອງທະນາຄານນະໂຍບາຍສັງຄົມຫວຽດນາມ.

        ພ້ອມດຽວກັນນັ້ນ ສະຫາຍ ເອກອັກຄະລັດຖະທູດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈ ມາຍັງທະນາຄານນະໂຍບາຍສັງຄົມຫວຽດນາມ ຊຶ່ງໃນໄລຍະຜ່ານມາ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການຖ່າຍທອດບົດຮຽນທາງດ້ານວິຊາສະເພາະ ກໍຄືການຊ່ວຍເຫຼືອທາງດ້ານງົບປະມານແກ່ທະນາຄານນະໂຍບາຍຂອງລາວຕະຫຼອດມາເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ສະຫາຍ ເຢືອງ ກຽດ ຖັງທະນາຄານຈະສືບຕໍ່ຍາດມາໄດ້ຜົນງານອັນໃຫຍ່ຫຼວງກວ່າເກົ່າ ແລະ ຫວັງວ່າສອງທະນາຄານຈະສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ. ພ້ອມທັງຍືນຍັນຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງປະເທດ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມື ລະຫວ່າງ ສອງທະນາຄານ ໃຫ້ນັບມື້ນັບແຕກ ດອກອອກຜົນຍິ່ງໆຂຶ້ນ.

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485798
ມື້ນີ້97
ມື້ວານ206
ອາທິດນີ້834
ເດືອນນີ້5103