ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຍື່ນສານຕາຕັ້ງຂອງ ທ່ານທູດ ລັດສະໝີ ແກ້ວມະນີ ຕໍ່ ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ

 

LaoAmbinSwiss1-1LaoAmbinSwiss2-2

 

ໃນວັນທີ 4 ພະຈິກ 2021, ທ່ານລັດສະໝີແກ້ວມະນີໄດ້ສໍາເລັດການເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ກີ່ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ, ທີ່ ນະຄອນຫຼວງເບີນ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສະມາພັນທະລັດ ສະວິດສ.

ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານທູດ ລັດສະໝີແກ້ວມະນີ ກໍໄດ້ພົບປະໂອ້ລົມກັບ ພະນະທ່ານ ປະທານາທິບໍດີ ກີ່ປາກເມີແລັງ ດ້ວຍບັນຍາກາດອັນສະນິດສະໜົມ ແລະ ເຕັມໄປດ້ວຍມິດໄມຕີ. ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍລາວ-ສະວິດສ ໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດອັນຈົບງາມຂອງການຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ຂອງ ພະນະທ່ານ ອິກນາຊີໂອກາດສິດສ, ຮອງປະທານາທິບໍດີ, ລັດຖະມົນຕີຕ່າງປະເທດ ສະວິດສ ໃນຕົ້ນເດືອນສິງຫາ 2021.

ໃນໂອກາດນີ້, ທ່ານທູດ ລັດສະໝີ ແກ້ວມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ປະທານາທິບໍດີ ກີ່ປາກເມີແລັງ ກໍຄືລັດຖະບານ ແລະ ປະຊາຊົນສະວິດສ ພ້ອມທັງແຈ້ງການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ເຖິງ ທ່ານປະທານາທິບໍດີ ກີ່ປາກເມີແລັງ ເພື່ອໄປຢ້ຽມຢາມທາງການຢູ່ ສປປ ລາວ ໃນເວລາທີ່ສະດວກ. ​

ທ່ານທູດ ລັດສະໝີ ແກ້ວມະນີ, ໃນນາມຕາງຫນ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນສະວິດສ ຕໍ່ການສະຫນັບສະຫນູນ ແລະ ການໃຫ້ການຊ່ວຍເຫລືອແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດມາ; ພິເສດ, ແມ່ນການຊ່ວຍເຫລືອທາງດ້ານທຶນຮອນ ແລະ ອຸປະກອນການແພດໃນການຮັບມື ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມນີ້, ທ່ານທູດ ລັດສະໝີ ແກ້ວມະນີ ຍັງໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ລາວ-ສະວິດສ ໃຫ້ນັບມື້ນັບເພີ່ມທະວີຍິ່ງໆຂຶ້ນ.​

ໃນໂອກາດດັ່ງກ່າວ, ພະນະທ່ານ ກີ່ປາກເມີແລັງ, ປະທານາທິບໍດີ ແຫ່ງ ສະມາພັນທະລັດ ສະວິດສ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສະມາພັນທະລັດ ສະວິດສ ຂອງ ທ່ານ ລັດສະໝີ ແກ້ວມະນີ ແລະ ຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງ ຝ່າຍສະວິດສ-ລາວ ຈະນັບມື້ນັບແໜ້ນແຟັນຂຶ້ນ. ພ້ອມນີ້, ທ່ານປະທານາທິບໍດີ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484510
ມື້ນີ້26
ມື້ວານ188
ອາທິດນີ້948
ເດືອນນີ້3815