ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ສຳເລັດການຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ຕີມໍ-ແລັດສະເຕ

 

LaoAmbinTimor1

 

ໃນວັນທີ 11 ພະຈິກ 2021, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງ ຈາກາກຕາ, ສ.ອິນໂດເນເຊຍ, ທ່ານ ພົມມາ ສິດເສນາ ໄດ້ຍື່ນສານຕາຕັ້ງ ຜ່ານລະບົບທາງໄກ (Virtual) ຕໍ່ພະນະທ່ານ Francisco Guterres Lú Olo, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ, ເຊິ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງ ຈາກາກຕາ, ສ. ອິນໂດເນເຊຍ.

ທ່ານ ພົມມາ ສິດເສນາ ຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຕີມໍ-ແລັດສະເຕ ເມື່ອວັນທີ 17 ກັນຍາ 2020, ແຕ່ເນື່ອງຈາກການລະບາດຂອງໂຄວິດ-19, ດັ່ງນັ້ນ ການຍື່ນສານຈຶ່ງຖືກຫຼ້າຊ້າ ແລະ ໄດ້ປະຕິບັດຜ່ານທາງໄກ (virtual), ຊຶ່ງການຍື່ນສານຄັ້ງນີ້ ມີບັນດາທູດຕ່າງປະເທດທັງໝົດ 17 ທູດດ້ວຍກັນ.

ສປປ ລາວ ແລະ ສປ ຕີມໍ-ແລັດສະເຕ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນເມື່ອວັນທີ່ 29 ກໍລະກົດ 2002. ຕະ ຫຼອດໄລຍະຜ່ານມາ ສອງຝ່າຍໄດ້ຮັກສາສາຍພົວພັນການເມືອງ ແລະ ການທູດນຳກັນຢູ່ໃນລະດັບດີ. ການນຳຂອງ ສປປ ລາວ ໄດ້ໄປຢ້ຽມຢາມ ສປ ຕີມໍ-ແລັດສະເຕ ໃນລະດັບລັດຖະມົນຕີການຕ່າງປະເທດ, ສ່ວນການນຳຂອງ ສປ ຕີມໍ-ແລັດສະເຕ ມາຢ້ຽມຢາມ ສປປ ລາວ ແມ່ນລະດັບນາຍົກລັດຖະມົນຕີ.

ມາເຖິງປະຈຸບັນ, ສປປ ລາວ ແລະ ສປ ຕີມໍ-ແລັດສະເຕ ໄດ້ມີສັນຍາຮ່ວມມືນຳກັນສອງສະບັບ: ສັນຍາຮ່ວມມືກ່ຽວກັບການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການ (22 ມັງກອນ 2002), ແລະ ສັນຍາຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ (10 ກັນຍາ 2013); ໃນປີ 2019, ສປ ຕີມໍ-ແລັດສະເຕ ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ປະສົບເຄາະຮ້າຍຈາກໄພພິບັດນ້ຳຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຈຳນວນເງິນ 750.000 ໂດລາສະຫະລັດ.

ປະຈຸບັນ, ສປ ຕີມໍ-ແລັດສະເຕ ກຳລັງກຽມຄວາມພ້ອມເພື່ອຈະເຂົ້າເປັນສະມາຊິກ ອາຊຽນ, ແລະ ສປປ ລາວ ກໍ່ໄດ້ໃຫ້ການສະໜັບສະໜູນຕະຫຼອດມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480211
ມື້ນີ້41
ມື້ວານ157
ອາທິດນີ້609
ເດືອນນີ້6442