ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈໍາ ສສ ຫວຽດນາມ ຮ່ວມກັບ ທູດດານມາກ ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ

 

20211116 Laos-Denmark - 1

20211116 Laos-Denmark - 2

 

ໃນວັນທີ 16 ພະຈິກ 2021, ​ສະຖານ​ເອກ​ອັກຄະລັດຖະທູດ​ແຫ່ງ ສປປ ລາວ​ ປະຈໍາ ສສ ຫວຽດນາມ ແລະ ສະຖານທູດເອກ​ອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກ​ດານ​ມາກ ປະຈໍາ ສປປ ລາວ ​ໄດ້ຮ່ວມກັນຈັດງານລ້ຽງ ເພື່ອສະ​ເຫລີ​ມສະຫລອງ​ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ດານ​ມາກ ຄົບຮອບ 65 ປີ​ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ, ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານ​ມາກ ປະຈໍາ ສປປ ລາວ ພ້ອມດ້ວຍ​ພະນັກງານ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ຝ່າຍ ແລະ ບັນດາທູຕານຸທູດຂອງ ປະເທດທີ່ວ່າການລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.

ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ​ແລະ ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານ​ມາກ ປະຈໍາ ສປປ ລາວ ​ທີ່​ມີ​ສຳນັກງານ​ຕັ້ງ​ຢູ່ ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມື ລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ດານ​ມາກ ໃນໄລຍະ 65 ປີ ຜ່ານມາ. ໄລຍະຜ່ານມາ, ລັດຖະບານດານມາກ ໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນນາມ 2 ຝ່າຍໃນຂົງເຂດການປົກປັກຮັກສາຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ, ສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO). ນອກຈາກນັ້ນ, ກໍຜ່ານຂອບຫຼາຍຝ່າຍ ເປັນຕົ້ນ ຜ່ານອົງການ ສປຊ, ສະຫະພາບເອີຣົບ, ອົງການແມ່ນໍ້າຂອງ ແລະ ອື່ນໆ.

ສອງປະເທດ​ໄດ້​ສ້າງ​ຕັ້ງສາຍພົວພັນການ​ທູດ​ນຳ​ກັນ​ໃນ​ວັນ​ທີ 01 ພະຈິກ 1956 ​ເປັນ​ຕົ້ນ​ມາ, ​ໂດຍ​ຝ່າຍ​ລາວ​ ມີ​ສະຖານທູດ​ຢູ່​ສະ​ຕ໋ອກ​ໂຮມ, ​ປະ​ເທດ​ຊູ​ແອດ ​ແລະ ຝ່າຍ​ດານ​ມາກ​ມີ​ສະຖານທູດ​ຢູ່​ຮ່າ​ໂນ້ຍ, ສສ ຫວຽດນາມ​ ເປັນຜູ້ ວ່າການລາວ.

ທັງສອງຝ່າຍ ຕ່າງກໍສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ດານ​ມາກ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483919
ມື້ນີ້43
ມື້ວານ183
ອາທິດນີ້357
ເດືອນນີ້3224