ໃນວັນທີ 16 ພະຈິກ 2021, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ສະຖານທູດເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ໄດ້ຮ່ວມກັນຈັດງານລ້ຽງ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ດານມາກ ຄົບຮອບ 65 ປີ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ, ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງສອງຝ່າຍ ແລະ ບັນດາທູຕານຸທູດຂອງ ປະເທດທີ່ວ່າການລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມ.
ໃນໂອກາດອັນມີຄວາມໝາຍດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ແລະ ທ່ານ Kim Højlund Christensen, ເອກອັກຄະຣາຊະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ ສສຫວຽດນາມກໍໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ເຊິ່ງທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດແຫ່ງການພົວພັນຮ່ວມມື ລະຫວ່າງສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ດານມາກ ໃນໄລຍະ 65 ປີ ຜ່ານມາ. ໄລຍະຜ່ານມາ, ລັດຖະບານດານມາກ ໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນນາມ 2 ຝ່າຍໃນຂົງເຂດການປົກປັກຮັກສາຊັບພະຍາກອນທໍາມະຊາດ-ສິ່ງແວດລ້ອມ, ສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ການເກັບກູ້ລະເບີດບໍ່ທັນແຕກ (UXO). ນອກຈາກນັ້ນ, ກໍຜ່ານຂອບຫຼາຍຝ່າຍ ເປັນຕົ້ນ ຜ່ານອົງການ ສປຊ, ສະຫະພາບເອີຣົບ, ອົງການແມ່ນໍ້າຂອງ ແລະ ອື່ນໆ.
ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 01 ພະຈິກ 1956 ເປັນຕົ້ນມາ, ໂດຍຝ່າຍລາວ ມີສະຖານທູດຢູ່ສະຕ໋ອກໂຮມ, ປະເທດຊູແອດ ແລະ ຝ່າຍດານມາກມີສະຖານທູດຢູ່ຮ່າໂນ້ຍ, ສສ ຫວຽດນາມ ເປັນຜູ້ ວ່າການລາວ.
ທັງສອງຝ່າຍ ຕ່າງກໍສະແດງຄວາມມຸ່ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ດານມາກ ໃຫ້ນັບມື້ແຕກດອກອອກຜົນ ແລະ ເຕີບໃຫຍ່ຂະຫຍາຍ ຕົວຍິ່ງໆຂຶ້ນ.