ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບສານແຕ່ງຕັ້ງກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳເມືອງນາໂກຢາ, ແຂວງໄອຈິ, ປະເທດຍີ່ປຸ່ນ

Japan1

Japan2

       ໃນຕອນເຊົ້າຂອງວັນທີ 12 ພະຈິກ 2021 ຜ່ານມາ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດຍີ່ປຸ່ນ ໄດ້ຕາງໜ້າລັດຖະບານລາວ ມອບສານແຕ່ງຕັ້ງໃຫ້ແກ່ ທ່ານ ຢາຊູຢູກິ ໂອຮາລາ (Mr. Yasuyuki OHARA), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາເມືອງນາໂກຢາ, ແຂວງໄອຈິ, ປະເທດຍີ່ປຸ່ນ ຢ່າງສົມກຽດ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ໂຕກຽວ.

      ທ່ານ ຢາຊູຢູກິ ໂອຮາລາ ເປັນໜຶ່ງໃນນັກທຸລະກິດທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນແຂວງໄອຈິ ເຊິ່ງໄດ້ຮັບການຕົກລົງແຕ່ງຕັ້ງຢ່າງເປັນທາງການຈາກລັດຖະບານລາວ ແລະ ໄດ້ຮັບການເຫັນດີຈາກລັດຖະບານຍີ່ປຸ່ນ ໃຫ້ດໍາລົງຕໍາແໜ່ງເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ປະຈໍາເມືອງນາໂກຢາ, ແຂວງໄອຈິ,​ ປະເທດຍີ່ປຸ່ນ ແລະ ຮັບຜິດຊອບເຂດຈູບຸ (Chubu) ທັງໝົດ ເຊິ່ງປະກອບມີ 09 ແຂວງຄື: ຢາມານາຊິ, ນີກະຕະ, ໂຕຢາມະ, ກິຟຶ, ນາກາໂນະ, ຊິຊູໂອກະ, ໄອຈິ, ອິຊິກະວະ ແລະ ຟຸກຸຍ.

     ໃນພິທີດັ່ງກ່າວ ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຊົມເຊີຍຕໍ່ການຮັບໜ້າທີ່ສຳຄັນດັ່ງກ່າວຂອງທ່ານ ຢາຊູຢູກິ ໂອຮາລາ, ພ້ອມທັງ ໄດ້ສະເໜີໃຫ້ທ່ານກົງສຸນກິດຕິມະສັກລາວ ເອົາໃຈໃສ່ໃນການປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ມີຜົນສຳເລັດສູງ ແລະ ປະສານຢ່າງໃກ້ຊິດກັບສະຖານທູດ ເພື່ອເຄື່ອນໄຫວຕາມສິດຂອບເຂດໜ້າທີ່ຮັບຜິດຊອບຂອງຕົນ ໃນການປົກປ້ອງສິດຜົນປະໂຫຍດຂອງ ສປປ ລາວ ແລະ ປະຕິບັດໜ້າທີ່ໃຫ້ສອດຄ່ອງກັບລະບຽບກົດໝາຍ ຂອງທັງສອງປະເທດ, ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງ ລາວ-ຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ, ລວມທັງການຊຸກຍູ້ສົ່ງເສີມພາກທຸລະກິດ, ການຄ້າ, ການລົງທຶນ ກໍຄືຊ່ວຍໂຄສະນາດ້ານວັດທະນະທຳຂອງລາວໃຫ້ຄົນຍີ່ປຸ່ນໄດ້ຮັບຮູ້ ຢ່າງກວ້າງຂວາງກວ່າເກົ່າ.

       ໃນຂະນະດຽວກັນ, ທ່ານກົງສຸນກິດຕິມາສັກລາວ ໄດ້ກ່າວສະແດງຄວາມຂອບໃຈ ຢ່າງສຸດຊຶ້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໜ້າທີ່ອັນສຳຄັນນີ້ ໃຫ້ແກ່ທ່ານ ພ້ອມທັງໃຫ້ສັນຍາວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ຂອງການເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ໃຫ້ສົມກຽດ ຕາມການມອບໝາຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານລາວ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480410
ມື້ນີ້68
ມື້ວານ172
ອາທິດນີ້808
ເດືອນນີ້6641