ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດ-ປິດຊຸດຝຶກອົບຮົມ ຫົວຂໍ້ “ ການຂຽນບົດຄົ້ນຄວ້າພາສາອັງກິດ ( Research Methodology )

IFA1

IFA2

ໃນຕອນເຊົ້າຂອງ ວັນທີ 22 ພະຈິກ2021,ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບ ສະຖາບັນລາວ-ອົດສະຕຣາລີ (Laos-AustraliaInstitute) ໄດ້ຈັດພິທີເປີດຝຶກອົບຮົມໃນຫົວຂໍ້ ການຂຽນບົດຄົ້ນຄວ້າ (Research Methodology)”ຢູ່ສະຖາບັນການຕ່າງປະເທດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ແລະ ທ່ານ MatthewBanks, ເລຂານຸການເອກຂອງສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ຊຶ່ງມີຜູ້ຕາງໜ້າຈາກສະຖານທູດອົດສະຕາລີ, ສະຖາບັນລາວ-ອົດສະຕຣາລີ ແລະ ຜູ້ເຂົ້າຮ່ວມຝຶກອົບຮົມ ຈຳນວນ 20ທ່ານ, ຍິງ 11 ທ່ານ ທີ່ມາຈາກບັນດາກົມຕ່າງໆພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ.

ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ດຳເນີນໄປແຕ່ວັນທີ 22-26 ພະຈິກ 2021, ເຊິ່ງໄດ້ຮັບການສະໜັບສະໜູນຈາກສະຖາບັນລາວ-ອົດສະຕຣາລີ (LAI)ໂດຍມີຈຸດປະສົງເຮັດໃຫ້ຜູ້ເຂົ້າຝຶກອົບຮົມ ສາມາດພັດ ທະນາທັກສະການຂຽນບົດຄົ້ນຄວ້າ ເປັນພາສາອັງກິດ ໃຫ້ມີລັກສະນະວິຊາການ (AcademicWriting) ແລະ ໄດ້ມາດຕະຖານສາກົນ. ນອກຈາກນັ້ນ, ຍັງເປັນໂອກາດອັນດີໃນການຮຽນຮູ້ວິທີການຊອກຫາແຫຼ່ງຂໍ້ມູນ ເພື່ອປະກອບໃສ່ບົດຄົ້ນຄວ້າ ແລະ ຂຽນບົດລາຍງານອື່ນໆອີກດ້ວຍ.

ຕະຫຼອດໄລຍະເວລາ 5 ວັນ, ຊຸດຝຶກອົບຮົມໄດ້ຮັບຟັງການນໍາສະເໜີບົດຈາກວິທະຍາກອນຕ່າງປະເທດ ທີ່ມາຈາກວິທະຍາໄລວຽງຈັນ (Vientiane College)2ທ່ານແລະ ທ່ານທູດອາວຸໂສ 2 ທ່ານ ທີ່ມາຈາກສະໂມສອນນັກການທູດລາວ ຂອງກະຊວງການຕ່າງປະເທດ ເຊິ່ງເປັນຜູ້ທີ່ມີປະສົບການໃນການເຮັດວຽກ ແລະ ຄົ້ນຄວ້າສູງ. ຊຶ່ງວິທີການຝຶກອົບຮົມແມ່ນຈະໄດ້ລົງເລິກຮຽນຮູ້ອົງປະກອບຕ່າງໆຂອງການຂຽນບົດຄົ້ນຄ້ວາ, ການວິເຄາະວິໄຈຂໍ້ມູນ ແລະ ການໃຫ້ທັດສະນະພ້ອມທັງຕີລາຄາບັນຫາທ່າອ່ຽງ ແລະ ທ່າຂະຫຍາຍຂອງເຫດການທີ່ເກີດຂຶ້ນນັ້ນ.

ໃນພິທີດັ່ງກ່າວ, ທ່ານ ທູດໄມ ໄຊຍະວົງສ໌, ປະທານພິທີ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ທິດຊີ້ນໍາແກ່ຜູ້ເຂົ້າຮ່ວມຝຶກອົບຮົມ ເພີ່ມຄວາມເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ ພ້ອມທັງປະ ຕິບັດລະບຽບວິໄນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ນໍາເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອເປັນພື້ນຖານໃນການສືບຕໍ່ຄົ້ນຄວ້າຮ່ຳຮຽນໃນຂັ້ນຕໍ່ໄປ ແລະ ເປັນເສນາທິການທີ່ມີຄຸນນະພາບໃຫ້ແກ່ການນຳໃນການວາງແນວທາງນະໂຍບາຍຂອງພັກ-ລັດ ຕໍ່ບັນຫາທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໃຫ້ມີປະສິດທິຜົນສູງຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484492
ມື້ນີ້8
ມື້ວານ188
ອາທິດນີ້930
ເດືອນນີ້3797