ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄປຢ້ຽມຢາມ ແລະ ພົບປະເຮັດວຽກ ທີ່ແຂວງບັກນິງ

Seangphet visit CPN2

ວັນທີ 19 ພະຈິກ 2021, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຟາ​ມ ກວກ ຈິງ (PhạmQuốc Chính), ປະທານ​ສະພາ​ບໍລິຫານ, ທັງ​ເປັນຜູ້ອຳນວຍການໃຫຍ່ບໍລິສັດ​ຫຸ້ນ​ສ່ວນທໍ່ຢາງ​ຊຸບ​ເປີ​ເຈື່ອງ​ຟັດ,  ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ​ໄດ້ໄປພົບປະເຮັດວຽກກັບ ບໍລິສັດ ​ແລະ ຢ້ຽມຢາມ​ໂຮງ​ງານທໍ່ຢາງຊຸບເປີ​ເຈືອງ​ຟັດຢູ່​ແຂວງ​ບັກ​ນິງ.

ໂອກາດນີ້,ທ່ານ ຟາ​ມ ກວກ ຈິງ (PhạmQuốc Chính),ໄດ້ແຈ້ງໃຫ້ ທ່ານ ແສງເພັດຮຸ່ງ​ບຸນ​ຍວງ ແລະ ຄະນະຊາບໂດຍຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ການດໍາເດີນທຸລະກິດຂອງບໍລິສັດ ​ແລະ ​ໂຮງ​ງານ ທໍ່ຢາງຊຸບເປີ​ເຈືອງ​ຟັດໃນໄລຍະຜ່ານມາ, ບໍລິສັດ​ດັ່ງກ່າວ​ສ້າງ​ຕັ້ງ​ຂື້ນ​ໃນ​ວັນ​ທີ 10/11/2011 ​ມີ​ສາຂາ​ຢູ່ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຊັ່ນ: ​ແຂວງ​ບັກ​ນິງ, ​ແຂວງ​ດຽນບຽນ​, ​ແຂວງ ຮາ​ຍຟ່ອງ, ນະຄອນໂຮ່ຈີມີນ ​ແລະ ສາຂາ​ຢູ່ ສອງ​ປະ​ເທດ ຄື ປະ​ເທດ​ມຽນມາ ​ແລະ ປະ​ເທດ​ກຳປູ​ເຈຍ.

ຜະລິດ​ຕະພັນຂອງບໍລິສັດທໍ່ຢາງຊຸບເປີ​ເຈືອງ​ຟັດສ່ວນ​ໃຫຍ່​ແມ່ນ​ບໍລິການ​ຜະລິດ​ທໍ່​ນ້ຳ, ທໍ່​ສາຍ​ໄຟຟ້າ, ພ້ອມ​ທັງ​ອອກ​ແບບ​ ​ແລະ ຕິດ​ຕັ້ງ ທໍ່​ຢາງ ທີ່​ມີ​ຄຸນ​ນະພາ​ບ ບໍລິການ​ທັງ​ພາຍ​ໃນ ​ແລະ ສົ່ງ​ອອກ​ໄປ​ຕ່າງປະ​ເທດ,  ບໍລິສັດ ມີ​ແຜນ​ຈະ​ຂະຫຍາຍ​ສາຂາ ໄປຍັງ ສປປ ລາວ ​ໃນ​ອານາ​ຄົດ.

      ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕີລາຄາສູງຕໍ່ກັບການດໍາເນີນທຸລະກິດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ບໍ​ສິສັດທໍ່ຢາງຊຸບ​ເປີ​ເຈືອງ​ຟັດໃນໄລຍະຜ່ານມາ ພ້ອມທັງຊົມເຊີຍຕໍ່ຜົນສຳເລັດທີ່​ໄດ້​ຜະລິດ​ສິນຄ້າທີ່ມີຄຸນນະພາບ​ອອກ​ມາ​ໃຫ້ປະຊາຊົນຫວຽດນາມ​ ລວມທັງຕ່າງປະເທດ ໄດ້​ຊົມ​ໃຊ້ຢ່າງ​ຫຼວງ​ຫຼາຍ ຊຶ່ງກໍ​ຫວັງວ່າ ​ບໍລິສັດ​ໄດ້​ໄປ​ລົງທຶນ​ຢູ່ ສປປ ລາວ ​ໃນ​ອານາ​ຄົດ​ອັນ​​ໃກ້​ນີ້​, ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດຂອງຕົນ ເພື່ອສືບຕໍ່ຊຸກຍູ້​ເປັນ​ຂົວ​ຕໍ່ການພົວພັນຮ່ວມມືລະຫວ່າງປະເທດ ເວົ້າລວມ ເວົ້າສະເພາະແມ່ນການຮ່ວມມື ລະຫວ່າງ ສະຖານ​ທູດ​ກັບ​ບໍລິສັດ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484644
ມື້ນີ້160
ມື້ວານ188
ອາທິດນີ້1082
ເດືອນນີ້3949