ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ປະຈຳ ສສ ຫວຽດນາມ ຈັດຕັ້ງປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ

 

vt1 vt2

 

ຕອນບ່າຍວັນທີ 25/11/2021, ສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການປາຖະກະຖາເນື່ອງໃນໂອກາດວັນຊາດທີ 02 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານຄົບຮອບ 101 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ ໂດຍການໃຫ້ກຽດເຂົ້າຮ່ວມ​​ເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານທູດ, ​​ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຊຶ່ງເຂົ້າຮ່ວມຮັບຟັງມີສະມາຊິກພັກ-ພະນັກງານສະຖານທູດ, ມີຫ້ອງການຜູ້ຕາງໜ້າ ປກສ ລາວ ປະຈຳ ສສ ຫວຽດນາມ, ຫ້ອງການຜູ້ຕາງໜ້າລັດວິສະຫະກິດການບິນລາວ ສາຂານະຄອນ ຫຼວງຮ່າໂນ້ຍ, ທັງໝົດຈຳນວນ 40 ສະຫາຍ.

ໃນການປະຖະກະຖາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເລົ່າຄືນມູນເຊື້ອການປະຕິວັດ, ການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າພາຍຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວຜ່ານອຸປະສັກນານາປະການ ຈົນມາຮອດ ວັນທີ 02 ທັນວາ 1975 ຈຶ່ງໄດ້ສະຖາປະນາມາເປັນ ສາທາລະນະລັດ​ ປະຊາທິປະໄຕ​ ປະຊາຊົນລາວ ຢ່າງສົມບູນ, ດັ່ງຄໍາເວົ້າຂອງ ທ່ານປະທານ ໄກສອນ ພົມວິຫານໃນວັນທີ 02 ທັນວາ 1975 ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ​ ຊຶ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນໄດ້ມາຍາເອົາໄຊຊະນະຢ່າງສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລາສີຄື​​ແນວນີ້ຈັກເທື່ອ ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກລາດຂອງປະຊາຊົນເຮົາ, ຫາກຍັງເປັນຄັ້ງທຳອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງທີ່ແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສລະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນລາວ ກໍຄືຂອງມວນມະນຸດປະກົດເປັນຈິງຢູ່ບົນແຜນດິນອັນແສນຮັກຂອງພວກເຮົາ.

ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດຮຸ່ງບຸນຍວງ ກໍໄດ້ເລົ່າຄືນຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ຄົບຮອບ 101ປີ, ທ່ານປະທານໄກສອນ ພົມວິຫານ ແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ິ່ໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກ-ລັດ, ທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ມີຄວາມສະດຸ້ງໄວ. ນອກຈາກນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ນັກການທູດ, ບັນດາສະມາຊິກພັກ ທີ່ຮ່າໂນ້ຍ ຈົ່ງພ້ອມກັນຮຽນເອົາຄຸນສົມບັດສິນທຳປະຕິວັດຂອງປະທານໄກສອນ ພົມວິຫານ, ຮຽນເອົາທາດແທ້​​ປະຕິວັດຂອງເພິ່ນ, ຕ້ອງເພີ່ມທະວີຄວາມເປັນເອກພາບ ແລະ ຄວາມສາມັກຄີພາຍໃນຊ່ວຍເຫຼືອເຊິ່ກັນ ແລະ ກັນ ພ້ອມກັນປະຢັດມັດທະຍັດງົບປະມານ ແລະ ວັດຖຸສິ່ງຂອງສ່ວນລວມເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານໃຫ້ຍືນຍົງຕະຫຼອດກາລະນານ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485604
ມື້ນີ້109
ມື້ວານ196
ອາທິດນີ້640
ເດືອນນີ້4909