ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ສະຫາຍ Nguyễn Văn Thể, ກຳມະການສູນກາງພັກ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ

Nguyen van the1

Nguyen van the2

ວັນທີ 25 ​ພະຈິກ 2021 ທີ່ກະຊວງຄົມມະນາຄົມຂົນສົ່ງຫວຽດນາມສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ສະຫາຍ ຫງວຽນ ວັນເຖ (Nguyn Văn Th),  ກຳມະການສູນກາງພັກ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ.

ໃນການຕ້ອນຮັບ,ສະຫາຍ ຫງວຽນ ວັນເຖ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສອງປະທານປະເທດຫວຽດນາມ ແລະ ລາວ ທີ່ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີຊຶ່ງກັນ ແລະ ກັນ ໃນ​​ເດືອນມິຖຸນາ ແລະ ສິງຫາ 2021 ​ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດຫວຽດນາມ-​ລາວລວມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງສະຫາຍ ແສງເພັດ ຮຸ່ງບຸນຍວງ ແລະ ເຊື່ອໝັ້ນວ່າສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ຫວຽດນາມ-ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

​​          ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຖິງວ່າຈະສືບຕໍ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ລວມທັງ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ກໍຕາມ ແຕ່ການພົວພັນຮ່ວມມືໃນທຸກຂະແໜງການຂອງສອງປະເທດພວກເຮົາ ຍັງສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ມີການພົບປະແລກປ່ຽນເປັນປະຈໍາດ້ວຍຮູບການທີ່ເໝາະສົມ ໂດຍສະເພາະຜົນສຳເລັດການເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ໃນທ້າຍເດືອນ 6/2021, ການເດີນທາງໄປຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສສ ຫວຽດນາມ ໃນກາງເດືອນ 8/2021 ທີ່ຜ່ານມາ.

ພ້ອມດຽວກັນນັ້ນ,ສະຫາຍເອກອັກຄະລັດຖະທູດຍັງໃຫ້ທັດສະນະວ່າ ສິ່ງດັ່ງກ່າວ, ເປັນການສະແດງໃຫ້ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີໜຶ່ງບໍ່ມີສອງໃນໂລກ. ແຕ່ເຖິງຢ່າງໃດກໍຕາມ ເຫັນວ່າການຮ່ວມມືທາງດ້ານເສດຖະກິດສອງປະເທດຍັງບໍ່ທັນສົມຄູ່ກັບການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະການເຊື່ອມຈອດທາງດ້ານຄົມມະນາຄົມລະຫວ່າງສອງປະເທດຍັງມີຂໍ້ຈຳກັດ ເຮັດໃຫ້ການຄ້າ, ແລກປ່ຽນສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດພົບຄວາມຫຍຸ້ງຍາກ, ໃຊ້ເວລາດົນ ເນື່ອງຈາກສອງປະເທດຍັງບໍ່ທັນມີເສັ້ນທາງດ່ວນເຊື່ອມຈອດກັນ. ໃນອານາ​ຄົດສອງປະເທດຈະພ້ອມກັນຈັດຕັ້ງປະຕິບັດໂຄງການຍົກລະດັບເສັ້ນທາງເລກ 8 ຜ່ານດ່ານຊາຍແດນສາກົນເກົາແຈ່ວ, ແຂວງຮ່າຕິງ-ນໍ້າພາວ, ແຂວງບໍລິຄຳໄຊ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ຄຽງຄູ່ກັນນັ້ນ, ການນໍາຂັ້ນສູງພັກ, ລັດສອງປະເທດ ກໍໃຫ້ສືບຕໍ່ຊຸກຍູ້ໂຄງການທີ່ເປັນຍຸດທະສາດການຮ່ວມມືສອງປະເທດ ເປັນຕົ້ນ: ເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ໂຄງການທາງລົດໄຟຄຳມ່ວນ-ທ່າເຮືອຫວຸ້ງອາງ ຊຶ່ງເປັນເສັ້ນທາງທີ່ຈະເຮັດໃຫ້ເສັ້ນທາງອອກສູ່ທະເລຂອງລາວມີໄລຍະທາງສັ້ນທີ່ສຸດ. ສະຫາຍ​ເອກ​ອັກຄະ​ລັດຖະທູດ ​ຢືນຢັນ​ວ່າຈະເຮັດສຸດຄວາມສາມາດຂອງຕົນເພື່ອເປັນຂົວຕໍ່ໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ.

       ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ການ​ຈໍລະ​ຈອນ​ສິນຄ້າລະຫວ່າງສອງປະເທດຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480313
ມື້ນີ້143
ມື້ວານ157
ອາທິດນີ້711
ເດືອນນີ້6544