ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີປຶກສາຫາລື ຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (The 21st FEALAC SOM) ຄັ້ງທີ 21 ແບບວີດີໂອທາງໄກ

30-11 FL 1

30-11 FL 4

30-11 FL 3

           ໃນຕອນເຊົ້າຂອງວັນທີ 30 ພະຈິກ 2021, ສປປ ລາວ ໃນຖານະເປັນປະເທດປະສານງານ ສຳລັບ ພາກພື້ນອາຊີຕາເວັນອອກ ຂອງເວທີປຶກສາຫາລືຂອບການຮ່ວມມື ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (Forum for East Asia and Latin America Cooperation ຫຼື FEALAC) ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ພາກພື້ນອາຊີຕາເວັນອອກ ແລະ ອາເມລິກາລາຕິນ ຄັ້ງທີ 21 (The 21st FEALAC SOM) ດ້ວຍຮູບແບບວິດີໂອທາງໄກ.

          ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສປປ ລາວ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ FEALAC ຂອງ ສປປ ລາວ ແລະ ທ່ານ ນາງ GISSELLE RODRÍGUEZ FLORIMÓN, ຫົວໜ້າເຈົ້າໜ້າທີ່ອາວຸໂສ ແຫ່ງ ສາທາລະນະລັດ ໂດມິນິກັັນ, ທັງເປັນປະເທດປະສານງານ ສຳລັບ ພາກພື້ນ ອາເມລິກາລາຕິນ. ເຊິ່ງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ, ປະທານຮ່ວມໜ່ວຍງານບູລິມະສິດຂອງ FEALAC, ອົງການ UN ESCAP, UN ECLAC ແລະ ກອງເລຂາ FEALAC Cyber Secretariat ພ້ອມດ້ວຍ ຄະນະຜູ້ແທນເຂົ້າຮ່ວມ.

          ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ພາຍໃຕ້ກົນໄກການຮ່ວມມືດັ່ງກ່າວ ພາຍຫລັງກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 9 ໃນປີ 2019 ຜ່ານມາ ແລະ ແຜນການໃໝ່ໃນຕໍ່ໜ້າ, ພ້ອມນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ຮ່ວມກັນປຶກສາຫາລື ຮ່າງ ເອກະສານແນວຄວາມຄິດ (Concept Note) ກ່ຽວກັບ ການໝູນວຽນເປັນປະເທດປະເທດປະສານງານຕາມຕົວສອນພາສາອັງກິດ (Draft Concept Note on Rotating Mechanism of FEALAC Regional Coordinators) ຊຶ່ງຮ່າງຂຶ້ນໂດຍ ສປປ ລາວ, ລວມທັງການປຶກສາຫາລື ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງຕໍ່ໄປ. ນອກນັ້ນ,​ກອງປະຊຸມ ໄດ້ຮັບຟັງການລາຍງານຜົນກອງປະຊຸມ ຂອງ 4 ໜ່ວຍງານວິຊາການ ຄື: 1) ໜ່ວຍ​ງານການ​ຮ່ວມ​ມືດ້ານ​​ສັງຄົມ-ການ​ເມືອງ, ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ; 2) ໜ່ວຍ​ງານ​ການ​ຮ່ວມ​ມື​ດ້ານການ​ຄ້າ, ການ​ລົງທຶນ, ການທ່ອງ​ທ່ຽວ, ຈຸລະວິ​ສາ​ຫະກິດ, ​ແລະ ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ; 3) ໜ່ວຍ​ງານ​ການ​ຮ່ວມ​ມື​ດ້ານວັດທະນະທໍາ, ຊາວ​ໜຸ່ມ, ​ແລະ ກິລາ; 4) ​ໜ່ວຍ​ງານ​ການ​ຮ່ວມ​ມື​ດ້ານ​ວິທະຍາສາດ, ​ເຕັກ​ໂນ​​ໂລ​ຊີ, ນະ​ວັດຕະ​ກໍາ​ ແລະ ການ​ສຶກສາ, ລວມທັງການຮັບຟັງການລາຍງານຂອງຄະນະກຳມະການກອງທຶນຟີແລັກ.

ກອງປະຊຸມ FEALAC SOM ແມ່ນກອງປະຊຸມ ປະຈຳປີ ໂດຍ ປະເທດປະສານງານຂອງສອງພາກພື້ນຈະໄດ້ຜັນປ່ຽນກັນເປັນເຈົ້າພາບຈັດ.

ສະມາຊິກ FEALAC ປະຈຸບັນ ປະກອບມີ 36 ປະເທດ ຄືພາກພື້ນອາຊີຕາເວັນອອກ ມີ 16 ປະເທດ: 10 ປະເທດອາຊຽນ, ອົດສະຕາລີ, ສປ.ຈີນ, ຢີ່ປຸ່ນ, ສ.ເກົາຫຼີ, ນິວຊີແລນ ແລະ ມົງໂກລີ. ພາກພື້ນອາເມລິກາລາຕິນ ມີ 20 ປະເທດ: ອາກຊັງຕິນ, ໂບລີວີ, ບຣາຊິນ, ຊີເລ, ໂກໂລມບີ, ໂກສະຕາຣິກາ, ກູບາ, ໂດມິນິກັນ, ເອກວາດໍ, ແອນຊານວາດໍ, ກົວເຕມາລາ, ຮົງດູຣັດ (Honduras), ເມັກຊິກ, ນິກາຣາກວາ, ປານາມາ, ປຣາກວາຍ, ເປຣູ, ຊູຣິນາມ, ອູຣູກວາຍ ແລະ ເວເນຊູເອລາ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480225
ມື້ນີ້55
ມື້ວານ157
ອາທິດນີ້623
ເດືອນນີ້6456