ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີຈັດຕັ້ງປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ ແລະ ເຜີຍແຜ່ຜົນສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ

 

LaoEmToRussia1

 

ໃນວັນທີ 02 ທັນວາ 2021, ເວລາ 09:00 ໂມງ ຢູ່ທີ່ຫ້ອງປະຊຸມ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຈັດປາຖະກະຖາ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ ( 02 ທັນວາ 1975-02 ທັນວາ 2021), ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920-13 ທັນວາ 2021) ແລະ ເຜີຍແຜ່ຜົນສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ. ເຂົ້າຮ່ວມພິທີໃນຄັ້ງນີ້ມີ: ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານຂອງສະຖານທູດ ແລະ ນັກສຶກສາລາວທີ່ຮຽນຢູ່ ສ.ຣັດເຊຍ ລວມທັງໝົດຈຳນວນ 16 ສະຫາຍ ຍິງ 4 ສະຫາຍເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ, ເລຂາຫນ່ວຍພັກ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ຣັດເຊຍ ໄດ້ເລົ່າຄືນມູນເຊື້ອ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ ໂດຍທ່ານໄດ້ກ່າວວ່າ: ຊາດລາວ ແມ່ນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານຫລາຍພັນປີ, ມີມູນເຊື້ອສະຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈາກພາຍນອກ ແລະ ສ້າງສາພັດທະນາປະເທດຊາດ ໂດຍສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ນັບແຕ່ນັ້ນເປັນຕົ້ນມາ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໄດ້ມີຜົນສໍາເລັດ ແລະ ມີທ່າຂະຫຍາຍຕົວກ້າວທີ່ຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນເປັນແຕ່ລະໄລຍະ ຈົນເຖິງປະຈຸບັນ.

ໃນໂອກາດດັ່ງກ່າວ, ໄດ້ສະເໜີຜົນສຳເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດ 46 ປີທີ່ຜ່ານມາ, ຊຶ່ງໄດ້ຊີ້ໃຫ້ເຫັນເຖິງ 46 ປີ ໄດ້ແບ່ງເປັນ 02 ໄລຍະການພັດທະນາ. ໄລຍະທີໜຶ່ງແມ່ນປີ 1975-1985, ເປັນໄລຍະທີ່ ສປປ ລາວ ຮາມບາດແຜສົງຄາມ ແລະ ຟື້ນຟູເສດຖະກິດ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຊຶ່ງ ສປປ ລາວ ສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່. ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດເຕີບໂຕຕາມແຜນການທີ່ວາງໄວ້. ໄລຍະທີສອງແມ່ນປີ 1986-ປະຈຸບັນ, ຊຶ່ງເປັນໄລຍະແຫ່ງການປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ ອັນໄດ້ເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ມີສະຖຽນລະພາບທາງດ້ານການເມືອງ ແລະ ມີບົດບາດພົ້ນເດັ່ນໃນພາກພື້ນ ແລະ ສາກົນ.

ສະຫາຍເລຂາ ຍັງໄດ້ກ່າວເຖິງຊີວິດ ແລະ ການເຄື່ອນໄຫວການປະຕິວັດ ແລະ ຜົນງານອັນອັນດີເດັ່ນໃນການຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ນັບແຕ່ເພິ່ນຍັງໜຸ່ມຈົນເຖິງໄຊຊະນະອັນສົມບູນ ແລະ ຍັງນຳພາປະຊາຊົນລາວ ສ້າງສາພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດ. ຄຽງຄູ່ກັນກໍ່ສະເໜີຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຍັງໄດ້ກ່າວເຖິງການເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລ້ຳຄ່າຂອງ ປະທານ ໄກສອນ ອີກດ້ວຍ.

ສຸດທ້າຍ ສະຫາຍເລຂາ ໄດ້ສະເໜີຜົນສຳເລັດທາງລົດໄຟລາວ-ຈີນ, ຄວາມສຳຄັນ ແລະ ຄວາມໝາຍຂອງທາງລົດໄຟ ອັນເປັນປັດໃຈໜຶ່ງປະກອບສ່ວນເຂົ້າໃນການພັດທະນາປະເທດຂອງພວກເຮົາຈະເຕີບໂຕຢ່າງບໍ່ຢຸດຢັ້ງ ຕາມນະໂຍບາຍຫັນລາວທີ່ເປັນປະເທດບໍ່ມີທາງອອກສູ່ທະເລຈາກ LandLock ເປັນ Land Link ຂອງພັກ.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478546
ມື້ນີ້141
ມື້ວານ165
ອາທິດນີ້255
ເດືອນນີ້4777