ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາໂລອິດສ ແຫ່ງ ເລັກເຕນສະເຕນ

20211215-yauen-sarn

   ໃນວັນທີ 10 ທັນວາ 2021, ທ່ານລັດສະໝີ ແກ້ວມະນີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາໂລອິດສ ແຫ່ງ ລາຊະອານາຈັກ ເລັກເຕນສະເຕນທີ່ນະຄອນຫຼວງວາດຸສ໌, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ລາຊະອານາຈັກ ເລັກເຕິນສະເຕນ ທີ່ມີສໍານັກງານຕັ້ງຢູ່ ເຊີແນວ ປະເທດ ສະວິດສ.

ພາຍຫລັງພິທີຍື່ນສານ, ທ່ານທູດ ລັດສະໝີແກ້ວມະນີໄດ້ພົບປະໂອ້ລົມກັບ ເຈົ້າຊາຍ ອາໂລອິດສດ້ວຍບັນຍາກາດອັນສະນິດສະໜົມແລະເຕັມໄປດ້ວຍມິດໄມຕີ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ເລັກເຕິນສະເຕນ ແລະ ປະສານງານພາຍໃຕ້ຂອບ ສປຊ. ທ່ານທູດ ລັດສະໝີ   ແກ້ວມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວໄປຍັງເຈົ້າຊາຍ ຮັນສ ອາດາມ ທີ II ແລະ ຜ່ານເຈົ້າຊາຍໄປຍັງລັດຖະບານ ແລະ ປະຊາຊົນເລັກເຕນສະເຕນ ທຸກຖ້ວນໜ້າ. ​

ທ່ານທູດ ລັດສະໝີ ແກ້ວມະນີ ຍັງໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄືຄວາມພະຍາຍາມຂອງລັດຖະບານ ເພື່ອນໍາເອົາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ລວມທັງການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງ ພະຍາດໂຄວິດ-19. ພ້ອມກັນນັ້ນ, ທ່ານທູດ ລັດສະໝີ ແກ້ວມະນີກໍໄດ້ເຊີນຊວນພາກລັດຖະບານ ກໍຄືພາກທຸລະກິດຂອງເລັກເຕນສະເຕນໄປຢູ່ຢ້ຽມຢາມ-ພົບປະ-ເຮັດວຽກ ເພື່ອສຶກສາທ່າແຮງ ແລະ ຄວາມເປັນໄປໄດ້ໃນການດໍາເນີນທຸລະກິດ ແລະ ລົງທຶນຢູ່ ສປປ ລາວ ໃນບັນດາຂະແໜງການທີ່ເລັກເຕິນສະເຕນມີທ່າແຮງ ແລະ ມີຄວາມອາດສາມາດແຂ່ງຂັນເຊັ່ນ: ການທ່ອງທ່ຽວ, ອຸດສະຫະກໍາປຸງແຕ່ງ, ກະສິກໍາ ແລະ ການເງິນ-ທະນາຄານ.

          ໃນໂອກາດດັ່ງກ່າວ, ເຈົ້າຊາຍ ອາໂລອິດສ ແຫ່ງ ລາຊະອານາຈັກ ເລັກເຕນສະເຕນກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ປະຈໍາ ລາຊະອານາຈັກ ເລັກເຕນສະເຕນ ຂອງທ່ານລັດສະໝີແກ້ວມະນີ ແລະຫວັງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ເລັກເຕນສະເຕນ-ລາວ ຈະນັບມື້ນັບຈະເລີນງອກງາມ ແລະ ເປັນຮູບປະທໍາຫຼາຍຂຶ້ນ. ພ້ອມນີ້, ເຈົ້າຊາຍ ອາໂລອິດສ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະນະທ່ານທອງລຸນສີສຸລິດ, ປະທານປະເທດແຫ່ງສປປລາວ.

ນອກຈາກນີ້, ທ່ານທູດລັດສະໝີແກ້ວມະນີກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານນາງ Dominique Hasler, ລັດຖະມົນຕີການຕ່າງປະເທດ, ການສຶກສາ ແລະ ກິລາ ແລະ ທ່ານ Martin Frick, ຫົວໜ້າຫ້ອງການກະຊວງຕ່າງປະເທດ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ແນ່ໃສ່ສົ່ງເສີມການຮ່ວມມືທັງຂອບສອງຝ່າຍ ສປປ ລາວ-ເລັກເຕນສະເຕນ ແລະຂອບຫລາຍຝ່າຍ ພາຍໃຕ້ອົງການ ສປຊ ໃຫ້ນັບມື້ນັບເພີ່ມທະວີ.

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478585
ມື້ນີ້6
ມື້ວານ174
ອາທິດນີ້294
ເດືອນນີ້4816