ໃນຕອນເຊົ້າຂອງວັນທີ່ 20 ທັນວາ 2021, ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ອິດເຊວ ກາລິນາ ເຈັນ ຈັນ (Itzel Karina Chen Chan) ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ.
ທ່ານທູດ ແສງ ສຸຂະທິວົງ ໄດ້ກ່າວໃນນາມຕາງໜ້າຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານທູດປານາມາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ບາງກອກ-ຣາຊະອານາຈັກໄທ; ຊົມເຊີຍທ່ານນາງ ອິດເຊວ ກາລີນາ ເຈັນ ຈັນ ທີ່ໄດ້ໄຂສັກກະຫຼາດເປັນເອກອັກຄະລັດຖະທູດ ປານາມາ ຜູ້ທໍາອິດພາຍຫຼັງທີ່ສອງປະເທດ ລາວ ແລະ ປານາມາ ໄດ້ສ້າງສາຍພົວພັນການທູດນໍາກັນໃນວັນທີ່ 9 ກັນຍາ 2021; ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ ແລະ ປານາມາ ຈະມີບາດກ້າວຂະຫຍາຍຕົວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ແລະ ປະຊາຊົນສອງຊາດສູງຂື້ນ. ຂໍຖືໂອກາດນີ້ ຝາກຄວາມຮັກແພງ ແລະ ການຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຖິງພະນະທ່ານ ປະທານນາທິບໍດີ ແຫ່ງ ສາທາລະນະລັດ ປະນາມາ ແລະ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ດ້ວຍ. ພ້ອມນີ້ ກໍຂໍອວຍພອນໄຊອັນປະເສີດ ແກ່ ທ່ານ ເອກອັກຄະລັດຖະທູດ ປານາມາ ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈໍາ ສປປ. ລາວ.
ຫຼັງຈາກການຍື່ນສານຕາຕັ້ງ ແລະ ການພົບປະສອງຝ່າຍ, ທ່ານທູດ ແສງ ສຸຂະທິວົງ ແລະ ທ່ານທູດ ປານາມາ ໄດ້ເຂົ້າຮ່ວມພິທີຍົກຈອກດື່ມຊໍາເປັນ ເພື່ອສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຍື່ນສານຕາຕັ້ງ ຂອງທ່ານ ແລະ ເພື່ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ປານາມາ ດ້ວຍບັນຍາກາດອັນອົບອຸ່ນ ແລະ ມິດໄມຕີອັນດີຕໍ່ກັນ ແລະ ກັນ