ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປານາມາ ເຂົ້າຍື່ນສານຕາຕັ້ງ

PANAMA

ໃນຕອນເຊົ້າຂອງວັນທີ່ 20 ທັນວາ​ 2021,​ ທ່ານ​ ແສງ​ ສຸຂະທິວົງ,​ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຣາຊະອານາຈັກໄທ​ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ອິດເຊວ ກາລິນາ ເຈັນ ຈັນ (Itzel Karina Chen Chan) ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ.

ພາຍຫຼັງຍື່ນສານຕາຕັ້ງ, ທັງສອງຝ່າຍໄດ້ມີການພົບປະແລກປ່ຽນຄໍາຄິດຄໍໍາເຫັນກັນ, ເຊິ່ງມີເນື້ອໃນສໍາຄັນດັ່ງນີ້: ທ່ານ ທູດ ປານາມາ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ເຂົ້າຍື່ນສານຕາຕັ້ງຜ່ານທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ, ຂອບອົກຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນຈະທຸ້ມເທທຸກຄວາມພະຍາຍາມ ເພື່ອສົ່ງເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃຫ້ມີການຂະຫຍາຍຕົວ ແລະ ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ປານາມາ ແລະ ສປປ ລາວ. ພ້ອມດຽວກັນ, ທ່ານເອກອັກຄະລັດຖະທູດ ປານາມາ ໄດ້ນໍາເອົາຄວາມຢືຢາມຖາມຂ່າວອັນອົບອຸ່ນຂອງພະນະທ່ານ ໂລເລັນຕິໂນ ຄໍຕິໂຊ ໂຄເຫນ (Laurentino Cortizo Cohen), ປະທານນາທິບໍດີ ສາທາລະນະລັດ ປານາມາ ແລະ ພະນະທ່ານ ໄດຣາ ຄາລິໂຊ ແຄັດສຕິເລໂຣ (Dayra Carrizo Castillero), ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ເຖິງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາມລໍາດັບ. ພ້ອມນັ້ນ, ຍັງໄດ້ສະແດງຄວາມດີໃຈ ທີ່ໄດ້ເປັນທູດຄົນທໍາອິດຂອງສາທາລະນະລັດ ປານາມາ ປະຈໍາ ສປປ ລາວ.

      ທ່ານທູດ ແສງ ສຸຂະທິວົງ ໄດ້ກ່າວໃນນາມຕາງໜ້າຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານທູດປານາມາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະທາລະນະລັດ ປານາມາ ປະຈໍາ ສປປ ລາວ ໂດຍມີສໍານັກງານຕັ້ງຢູ່ ບາງກອກ-ຣາຊະອານາຈັກໄທ; ຊົມເຊີຍທ່ານນາງ ອິດເຊວ ກາລີນາ ເຈັນ ຈັນ ທີ່ໄດ້ໄຂສັກກະຫຼາດເປັນເອກອັກຄະລັດຖະທູດ ປານາມາ ຜູ້ທໍາອິດພາຍຫຼັງທີ່ສອງປະເທດ ລາວ ແລະ ປານາມາ ໄດ້ສ້າງສາຍພົວພັນການທູດນໍາກັນໃນວັນທີ່ 9 ກັນຍາ 2021; ຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ ແລະ ປານາມາ ຈະມີບາດກ້າວຂະຫຍາຍຕົວ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ທັງສອງປະເທດ ແລະ ປະຊາຊົນສອງຊາດສູງຂື້ນ. ຂໍຖືໂອກາດນີ້ ຝາກຄວາມຮັກແພງ ແລະ ການຢ້ຽມຢາມຖາມຂ່າວອັນອົບອຸ່ນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ. ລາວ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເຖິງພະນະທ່ານ ປະທານນາທິບໍດີ ແຫ່ງ ສາທາລະນະລັດ ປະນາມາ ແລະ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ປານາມາ ດ້ວຍ. ພ້ອມນີ້ ກໍຂໍອວຍພອນໄຊອັນປະເສີດ ແກ່ ທ່ານ ເອກອັກຄະລັດຖະທູດ ປານາມາ ມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດ ແລະ ສູງສົ່ງຂອງຕົນ ປະຈໍາ ສປປ. ລາວ.

            ຫຼັງຈາກການຍື່ນສານຕາຕັ້ງ ແລະ ການພົບປະສອງຝ່າຍ, ທ່ານທູດ ແສງ ສຸຂະທິວົງ ແລະ ທ່ານທູດ ປານາມາ ໄດ້ເຂົ້າຮ່ວມພິທີຍົກຈອກດື່ມຊໍາເປັນ ເພື່ອສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຍື່ນສານຕາຕັ້ງ ຂອງທ່ານ ແລະ ເພື່ອສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ປານາມາ ດ້ວຍບັນຍາກາດອັນອົບອຸ່ນ ແລະ ມິດໄມຕີອັນດີຕໍ່ກັນ ແລະ ກັນ

ແຈ້ງການ

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
478533
ມື້ນີ້128
ມື້ວານ165
ອາທິດນີ້242
ເດືອນນີ້4764