ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາຂັ້ນສູງ ສປປ ລາວ ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງການນໍາຂັ້ນສູງ ສປ ຈີນ ຕໍ່ກັບເຫດການຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN AIRLINES ໄດ້ປະສົບອຸບັດຕິເຫດຕົກຢູ່ ສປ ຈີນ, ໃນວັນທີ 21 ມີນາ 2022 ຜ່ານມາ

 

ເຖິງ:    ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ.

                                      ທີ່ ນະຄອນຫລວງປັກກິ່ງ.

 

ສະຫາຍທີ່ຮັກແພງ,

    

ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ໃນຕອນບ່າຍວັນທີ 21 ມີນາ 2022 ຜ່ານມາ ຍົນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERN AIRLINES ທີ່ເດີນທາງຈາກ ນະຄອນຄຸນມິງ, ແຂວງຢຸນນານ ໄປ ນະຄອນກວາງໂຈ, ແຂວງກວາງຕົງ ໄດ້ປະສົບອຸບັດຕິເຫດຕົກຢູ່ ນະຄອນອູໂຈ, ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເຊິ່ງເປັນເຫດການທີ່ເສົ້າສະຫຼົດໃຈເປັນຢ່າງຍິ່ງ ແລະ ສ້າງຄວາມເສຍຫາຍອັນໃຫຍ່ຫຼວງຕໍ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານ ກໍຄື ປະຊາຊົນຈີນອ້າຍນ້ອງ.

   

ໃນນາມ ຄະນະບໍລິຫານງານສູນກາງພັກ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງ ສະຫາຍ ກໍຄື ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ຜ່ານສະຫາຍ ໄປຍັງຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸບັດຕິເຫດດັ່ງກ່າວນີ້ດ້ວຍ.

   

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ສະຫາຍ ກໍຄື ການນໍາຂອງພັກ ແລະ ລັດຖະບານຈີນ, ລວມທັງຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດຕິເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູຈິດໃຈຂອງຄອບຄົວຜູ້ເສຍຊີວິດໃນຄັ້ງນີ້ເປັນຢ່າງດີ.

   

ດ້ວຍຄວາມນັບຖືຖານສະຫາຍອ້າຍນ້ອງ,

       

  ນະຄອນຫຼວງວຽງຈັນ, ວັນທີ 22 ມີນາ 2022

            

ທອງລຸນ ສີສຸລິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 


 

ສະຫາຍ ຫລີ ເຄິສຽງ ທີ່ເຄົາລົບ ແລະ ນັບຖື,

   

ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນເວລາປະມານ 15:00 ໂມງ ຂອງວັນທີ 21 ມີນາ 2022 ສາຍການບິນ China Eastern Airlines ຖ້ຽວບິນ MU 5735 ບິນຈາກຄຸນມິງໄປນະຄອນກວາງໂຈ ໄດ້ເກີດອຸບັດຕິເຫດຕົກລົງໃນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ່, ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 132 ຄົນ ໃນນັ້ນມີຜູ້ໂດຍສານ 123 ຄົນ ແລະ ຈຸບິນ 9 ຄົນ. 

     

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງສະຫາຍ, ລັດຖະບານ ແລະ ໂດຍຜ່ານສະຫາຍ ໄປຍັງ ຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

   

ຂ້າພະເຈົ້າ ເຊື່ອໝັ້ນວ່າ ສະຫາຍ ກໍ່ຄືການນຳຂອງພັກ ແລະ ລັດຖະບານຈີນລວມທັງຄອບຄົວຜູ້ໄດ້ຮັບເຄາະຮ້າຍຈະສາມາດຜ່ານຜ່າເວລາທີ່ໂສກເສົ້າຈາກອຸບັດຕິເຫດດັ່ງກ່າວນີ້ໄດ້ ແລະ ຈະສາມາດຟື້ນຟູສະພາບຈິດໃຈຂອງຄອບຄົວຜູ້ເສຍຊີວິດໄດ້ເປັນຢ່າງດີ.

     

                                                          ນະຄອນຫຼວງວຽງຈັນ, ວັນທີ  22 ມີນາ 2022

    

ພັນຄຳ ວິພາວັນ

ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

        

ສະຫາຍ ຫລີ ເຄິສຽງ, ນາຍົກລັດຖະມົນຕີ

ແຫ່ງ ສາທາລະນະລັດ ປະຊາຊົນຈີນ

ທີ່ ນະຄອນຫຼວງປັກກິ່ງ

 


 

ໃນໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເຊັ່ນກັນ.

                     

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484706
ມື້ນີ້17
ມື້ວານ205
ອາທິດນີ້1144
ເດືອນນີ້4011