ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ສະພາບການສາກົນທີ່ພົ້ນເດັ່ນ”

          ໃນຕອນເຊົ້າຂອງວັນທີ 11 ມີນາ 2022, ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ສະພາບການສາກົນທີ່ພົ້ນເດັ່ນ” ໂດຍການເປັນປະທານກ່າວເປີດ-ປິດ ແລະ ດໍາເນີນກອງປະຊຸມຂອງ ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ.

ກອງປະຊຸມສຳມະນາວິຊາການຄັ້ງນີ້ໄດ້ຮັບກຽດບັນຍາຍໂດຍ ປະທານ, ຮອງປະທານ ແລະ ສະມາຊິກ ສະໂມສອນນັກການທູດລາວ ທີ່ມີສຳນັກງານຕັ້ງຢູ່ສະຖາບັນການຕ່າງປະເທດ, ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຖາບັນວິທະຍາສາດ ເສດຖະກິດ-ສັງຄົມແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ຈໍານວນທັງໝົດ 50 ທ່ານ.

 

         ຈຸດປະສົງເພື່ອແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ສະພາບການສາກົນທີ່ພົ້ນເດັ່ນ ເພື່ອເປັນຂໍ້ມູນທາງດ້ານວິຊາການໃຫ້ແກ່ພາກສ່ວນກ່ຽວຂ້ອງທີ່ເຂົ້າຮ່ວມກອງປະຊຸມ ນໍາໄປເປັນບ່ອນອີງໃນການຄົ້ນຄວ້າວິໃຈບັນຫາພົ້ນເດັ່ນພາກພື້ນ ແລະ ສາກົນທີ່ເກີດຂຶ້ນໃນແຕ່ລະໄລຍະ, ການຈັດກອງປະຊຸມວິຊາການເປັນກິດຈະກໍາໜຶ່ງທີ່ສຳຄັນຂອງສະໂມສອນນັກການທູດລາວ ເຊິ່ງໄດ້ຈັດຂຶ້ນເປັນປົກກະຕິ. ກອງປະຊຸມສຳມະນາວິຊາການໃນຄັ້ງນີ້ໄດ້ລົງເລິກແລກປ່ຽນກັບກ່ຽວກັບບັນຫາອູກຣາອິນ ເຊິ່ງເປັນບັນຫາທີ່ຊາວໂລກໃຫ້ການຕິດຕາມຢ່າງໃກ້ຊິດ, ເຊິ່ງປະກອບດ້ວຍສອງວາລະຄື: ວາລະທີ 1): ສະພາບລວມຂອງອູກຣາອິນ (ທີ່ຕັ້ງພູມສາດ, ລະບົບການເມືອງ, ສະພາບເສດຖະກິດ-ການເມືອງ, ການພົວພັນກັບຕ່າງປະເທດ); ສາເຫດຕົ້ນຕໍຂອງການປະຕິບັດການທາງທະຫານຕໍ່ອູກຣາອິນຂອງຣັດເຊຍ; 2) ທັດສະນະຂອງຝ່າຍຕ່າງໆຕໍ່ກັບສະພາບການຢູ່ອູກຣາອິນ; ຜົນສະທ້ອນຕໍ່ພາກພື້ນ ແລະ ສາກົນ; ຜົນກະທົບຈາກມາດຕະການຂວໍ້າບາດຝ່າຍດຽວຕໍ່ຣັດເຊຍ ແລະ ຄາດຄະເນສະຖານະການໃນຕໍ່ໜ້າ.

        ຜູ້ເຂົ້າຮ່ວມຫຼາຍທ່ານຕີລາຄາວ່າການທີ່ຝ່າຍກົງກັນຂ້າມ ລໍ້າເສັ້ນແດງທາງດ້ານຄວາມໝັ້ນຄົງຂອງຣັດເຊຍ ອາດເປັນສາເຫດສຳຄັນເຮັດໃຫ້ຣັດເຊຍຈຳເປັນຕ້ອງນຳໃຊ້ມາດຕະການທາງທະຫານໃນຄັ້ງນີ້, ເຖິງຢ່າງໃດກໍຕາມການແກ້ໄຂບັນຫາໂດຍທາງສັນຕິວິທີ (ທາງການທູດ) ຍັງຄົງເປັນທາງເລືອກທີ່ດີທີ່ສຸດໃນການແກ້ໄຂບັນຫາ, ຈາກປະຫວັດສາດການພົວພັນສາກົນ ການຂວໍ້າບາດອາດບໍ່ແມ່ນທາງອອກທີ່ດີໃນການແກ້ໄຂບັນຫາ, ການຊ່ວຍ ເຫຼືອທາງດ້ານມະນຸດສະທຳຕໍ່ປະຊາຊົນຊາວອູກຣາອິນເຫັນວ່າມີຄວາມຈຳເປັນອັນຮິບດ່ວນ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງມີຄວາມເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຂອງອົງການສະຫະປະຊາຊາດ, ຝ່າຍກ່ຽວຂ້ອງ ແລະ     ປະຊາຄົມໂລກ ບັນຫາບັນຫາອູກຣາອິນ ຈະໄດ້ຮັບການແກ້ໄຂໂດຍໄວ ແລະ ພ້ອມກັນຟື້ນຟູເສດຖະກິດໂລກໃຫ້ກັບເຂົ້າສູ່ສະພາບປົກກະຕິ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480208
ມື້ນີ້38
ມື້ວານ157
ອາທິດນີ້606
ເດືອນນີ້6439