ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ຕ້ອນຮັບ ຮອງຜູ້ອຳນວຍການໃຫຍ່ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV).

 

         ວັນທີ 31 ​ມີນາ 2022 ທີ່ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍ   ແສງເພັດ ຮຸ່ງບຸນຍວງ,  ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້ຕ້ອນຮັບຮອງ​ຜູ້ອຳນວຍການ​ໃຫຍ່​ທະນາຄານ​ຮຸ້ນ​ສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ມາ​ອວຍພອນ​ປີ​ໃໝ່​ລາວ ປີ ພສ. 2565.

        ໂອກາດ​ນີ້, ສະຫາຍ ​ແກວກ ຮູ່ງ ຫຽບ ຮອງຜູ້ອໍານວຍການໃຫຍ່ຂອງທະນາຄານຮຸ້ນ​ສ່ວນ​ລົງທຶນ ແລະ ພັດທະນາຫວຽດນາມ ກໍໄດ້ແຈ້ງໂດຍຫຍໍ້ ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງທະນາຄານ​ຮຸ້ນ​ສ່ວນລົງທຶນ ແລະ ພັດທະ ນາຫວຽດນາມ (BIDV) ​ໃນ​ໄລຍະຜ່ານ​ມາ. ສະຫາຍ​ ໄດ້​ຕາງໜ້າ​ຄະນະ​ນຳທະນາຄານ​ຮຸ້ນ​ສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ອວຍພອນ ທ່ານ​ເອກ​ອັກຄະ​ລັດຖະທູດ ພ້ອມ​ຄະນະ​ນຳ ​ແລະ ພະນັກງານ​ສະຖານທູດ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ລາວ​ ທີ່ຈະ​ໝູນວຽນມາ​ເຖີ່​ງນີ້​, ອວຍພອນ​ໃຫ້​ ສປປ ລາວ ນັບ​ມື້​ນັບ​ຈະ​ເລີ​ນກ້າວໜ້າ ​ແລະ ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ອວຍພອນ​ໃຫ້ສາຍ​ພົວພັນ​ມິດຕະພາບ​ລາວ-ຫວຽດນາມຈົ່ງ​ໝັ້ນຄົງ​ຂະ​ນົງ​ແກ່ນຕະຫຼອດ​ໄປ.

​        ສະຫາຍ ແສງເພັດ ຮຸ່ງບຸນຍວງ  ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ສະຫາຍ ​ແກວກ ຮູ່ງ ຫຽບ ພ້ອມຄະນະນຳທະນາຄານ BIDV ທີ່ໄດ້​ນຳພາ​ຄະນະ​ມາ​ອວຍພອນ ປີ​ໃໝ່​ລາວ ປີ ພສ. 2565, ການ​ມາ​ອວຍພອນ​ໃນ​ຄັ້ງ​ນີ້​ແມ່ນ​ການ​ນຳ​ເອົາ​​ໄມຕີ​ຈິດມິດຕະພາບອັນ​ອົບ​ອຸ່ນ​ລະຫວ່າງ​ລາວ-ຫວຽດນາມ, ທະນາຄານ​ຮຸ້ນ​ສ່ວນລົງທຶນ ແລະ ພັດທະ ນາຫວຽດ ນາມ (BIDV) ຍາມ​ໃດ​ກໍ​ໄດ້​ຢູ່​ຄຽງ​ບ່າ​ຄຽງ​ໃຫຼ່ລັດຖະບານ ​ແລະ ປະຊາຊົນ​ລາວ​ຕະຫຼອດ​ມາ, ພ້ອມ​ນັ້ນ​ຍັງ​ໄດ້​ປະ​ກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລາວ, ຫວັງ​ວ່າ​ໃນ​ອານາ​ຄົດ​ທະນາຄານ BIDV ກໍ​ຄື​ທະນາຄານ​ລາວ-ຫວຽດຈະ​ນັບ​ມື້​ນັບ​ພັດທະນາ ​ແລະ ມີ​ຜູ້​ຊົມ​ໃຊ້​ນັບ​ມື້​ຫຼາຍ​ຂື້ນ,  ​ ພ້ອມ​ດຽວ​ກັນ​ນັ້ນ ສະຫາຍ​ເອກ​ອັກຄະ​ລັດຖະທູດ ຍັງ​ໄດ້​ອວຍພອນ​ໃຫ້ທະນາຄານ BIDV ກໍ​ຄື​ທະນາຄານ​ລາວ-ຫວຽດ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ພັດທະນາ​ຍິ່ງໆ​ຂື້ນ.​ ອວຍພອນ​ໃຫ້ສາຍພົວພັນມິດຕະພາບ ອັນ​ຍິ່ງ​ໃຫຍ່, ​ຄວາມ​ສາມັກຄີ​ພິ​ເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ​ຈົ່ງ​ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ກາລະ​ນານ.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484568
ມື້ນີ້84
ມື້ວານ188
ອາທິດນີ້1006
ເດືອນນີ້3873