ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ

 

Sonla 1

Sonla 4

Sonla 4

Sonla 2

ແຕ່ວັນ​ທີ 04-06 ເມສາ 2022, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຮ່ວມ​ກັບ  ຄະນະ​​ກຳມາ​ທິການຕ່າງປະ​ເທດ​ ສະພາ​ແຫ່ງ​ຊາດ ຫວຽດນາມ ​ນຳ​ໂດຍ ສະຫາຍ ຫວູ ຫາຍ ຮ່າ, ກຳມະການ​ສູນ​ກາງ​ພັກ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າຄະນະ​ກຳມາ​ທິການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ​ຫວຽດນາມ, ພ້ອມ​ຄະນະ  ໄດ້​ເດີນທາງ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ແຂວງ​ເຊີນ​ລາ,  ​ເປັນ​ກຽດ​ຕ້ອນຮັບ​ໂດຍ ​ສະຫາຍ ຫງວຽນ ຮິວ ດົງ, ກຳມະການສູນກາງພັກ, ເລຂາ​ພັກ​ແຂວງເຊີນ​ລາ ພ້ອມ​ດ້ວຍ​ຄະນະ​ນຳພະແນກການ ​ແລະ ອຳນາດ​ການ​ປົກຄອງ​​ເມືອງກ່ຽວຂ້ອງຂອງ​ແຂວງ​ເຊີນ​ລາ ຕ້ອນຮັບ​ຢ່າງ​ອົບ​ອຸ່ນ. 

     ໃນການຢ້ຽມຢາມຄັ້ງນີ້, ຄະນະ ​ໄດ້​ໄປ​ພົບ​ປະ​ເຮັດ​ວຽກ​ກັບການ​ນຳ​ແຂວງ​ເຊີນ​ລາ ໂດຍໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ, ຜົນສຳເລັດໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ ຫວຽດນາມ-ລາວ ຢູ່ແຂວງເຊີນລາ ໃນປີ 2021 ແລະ ໄຕມາດ 1 ປີ 2022, ແຂວງເຊີນລາ ໄດ້ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ 09 ແຂວງພາກເໜືອຂອງລາວ,  ໃນນັ້ນສົກປີ 2021-2022 ມີນັກສຶກສາ ແລະ ພະນັກງານລາວກຳລັງເຊື່ອມຕໍ່ຢູ່ສະຖານບັນຕ່າງໆຂອງແຂວງຈຳນວນ 834 ຄົນ.

            ໃນການພົບປະ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງແຂວງເຊີນລາ ພ້ອມທັງ  ຊົມເຊີຍບັນດາຜົນສຳເລັດທີ່ແຂວງ ເຊີນລາ ບັນລຸໄດ້ໃນທຸກຂົງເຂດ,  ພ້ອມ​ທັງ ​ໄດ້​ຕີ​ລາຄາ​ສູງ​ຕໍ່ການ​ຊ່ວຍ​ເຫຼືອ​ຂອງ​ແຂວງ ເຊີນ​ລາ ​ໃຫ້​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວ, ພິ​ເສດ​ແມ່ນ​ການ​ບຳລຸງ​ສ້າງ ​ນັກສຶກສາ​ລາວ,  ການຖ່າຍທອດ ແລະ ນຳໃຊ້ຄວາມກ້າວໜ້າທາງວິທະຍາສາດ ແລະ ເຕັກນິກ ເຂົ້າໃນການພັດທະນາກະສິກຳໃຫ້ແກ່ບັນດາແຂວງພາກເໜືອຂອງລາວ. ພ້ອມທັງຫວັງຢ່າງຍິ່ງວ່າ ແຂວງ ເຊີນລາ ຈະສືບຕໍ່ເອົາໃຈໃສ່ປະສານສົມທົບ​ ແລະ ຮ່ວມມື​ກັບ​ບັນດາ​ແຂວງ​ພາກ​ເໜືອ​ຂອງ​ລາວໃຫ້​ແໜ້ນ​ແຟ້ນ​ຍິ່ງໆຂື້ນ, ສືບຕໍ່ຊ່ວຍເຫຼືອ​ແຂວງ​ຫົວພັນ​ໃນ​ການ​ຍົກ​ລະດັບ​ດ່ານ​ຊາຍ​ແດນ​ປາຮ່າງ​ເປັນ​ດ່ານ​ຊາຍ​ແດນ​ສາກົນ.

           ນອກຈາກນັ້ນຄະນະຍັງໄດ້ເຄື່ອນໄຫວຢ້ຽມຊົມບ້ານ​ລາວ​ໂຄ ພ້ອມ​ທັງ​ເຂົ້າ​ຮ່ວມ​ສັກກະ​ລະ​ບູຊາວາງ​ດອກ​ໄມ້​ທູບ​ທຽນ ​ຢູ່​ອານຸສອນ​ສະຖານ​ປະວັດ​ສາດ​ແຫ່ງ​ຊາດພິ​ເສດ ​ເຂດ​ອານຸສອນ​ສະຖານການປະຕິວັດ ​​ລາວ-ຫວຽດນາມ, ຢ້ຽມ​ຊົມ​ຊາຍແດນ ປ່າຮ່າງ- ລອງ​ເຊີບ ( ແຂວງຫົວຫັນ-ແຂວງເຊີນລາ) ແລະ ເຂດອານຸສອນສະຖານປະຫວັດສາດປະຕິດວັດຫວຽດນາມຈຳນວນໜຶ່ງ.

ຕອນທ້າຍຄະນະໄດ້​ເຂົ້າຮ່ວມ​​ພິທີ​ບາສີສູ່ຂວັນບຸນປີ​ໃໝ່​ລາວ ​ຢູ່ບ້ານຂອງ ສະຫາຍ ນາງ ຕ່ອງ ທິ ຟ້ອງ, ອະດີດ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ທີ່ເມືອງມົກ​ເຈົາ, ແຂວງເຊິນລາ ໂດຍມີ ​ການ​ນຳ​​ແຂວງ​ເຊີນ​ລາ, ​ບັນດາ​ຄະນະ​ຜູ້​ແທນ​ລັດຖະສະພາ​ມິດຕະພາບ​ ຫວຽດນາມ-ລາວ, ຜູ້ຕາງໜ້າ​ການ​ນຳຈາກ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດຫວຽດນາມ, ຄະນະພະນັກງານສະຖານທູດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ຢ່າງ​ພ້ອມພຽງ.

          ການເຄື່ອນໄຫວໃນຄັ້ງນີ້ ​​ເປັນ​ການສະ​ເຫຼີ​ມສະຫຼອງ​ສອງ​ວັນ​ປະຫວັດສາດ ຄື: ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ຫວຽດນາມ-​ລາວ ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ-​ລາວ ຄົບຮອບ 45 ປີ ພ້ອມ​ທັງເປັນການປະກອບສ່ວນເຂົ້າໃນການເສີມ​ຂະຫຍາຍສາຍ​ພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ລາວ-​ຫວຽດນາມ​, ​ເວົ້າ​ລວມ ​ໂດຍ​ສະ​ເພາະ ​ແມ່ນ ສອງ​ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ​ ຫວຽດນາມ-ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ​ ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ຂະໜົງແກ່ນ​ຕະຫຼອດ​​ໄປ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485425
ມື້ນີ້126
ມື້ວານ227
ອາທິດນີ້461
ເດືອນນີ້4730