ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ທີ່ ວັງ ສັນຕິພາບ.

 

WhatsApp Image 2022 04 11 at 62614 PM

WhatsApp Image 2022 04 11 at 62615 PM 1

WhatsApp Image 2022 04 11 at 62614 PM 1

       ໃນຕອນເຊົ້າວັນທີ່ 11 ເມສາ 2022 ທີ່ ວັງ ສັນຕິພາບ  ທ່ານ ບົວແກ້ວ ພູມວົງໄຊ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ ໄດ້ເຂົ້າຢ້ຽມຂໍ່ານັບ Samdech Akka Moha Sena Padei Techo Hun Sen, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພາຍຫຼັງທີ່ໄດ້ສຳເລັດການຍື່ນສານຕາຕັ້ງຕໍ່ Samdech Vibol Sena Pheakdei SAY CHHUM, Acting Head of the State of the Kingdom of Cambodia ໃນວັນທີ່ 15 ມີນາ 2022 ທີ່ຜ່ານມາ.

          ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຍັງ ສົມເດັດ ເຕໂຊ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທຸກຖ້ວນໜ້າ.

          ທ່ານ ເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ, ໃນນາມຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ໄດ້ສະແດງຄວາມຂອບໃຈຢ່າງຈີງໃຈ ແລະ ຮູ້ບຸນຄຸນໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ຕໍການສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອຸປະກອນການແພດ, ຢາວັກແຊັງ, ພະຫະນະລົດຂົນສົ່ງຢາ ແລະ ດ້ານການເງີນ ຈາກພາກລັດ ແລະ ເອກະຊົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຄວບຄູມການແຜ່ລະບາດຂອງພະຍາດໂດວິດ-19 ທີ່ ສປປ ລາວ.

          ໃນໂອກາດດັ່ງກ່າວນີ້ ສົມເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະແດງຄວາມຂອງໃຈຕໍ່ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ ສົມເດັດ ເຕໂຊ ຮຸນ ເຊັນ, ໂດຍຜ່ານ ສົມເດັດ ໄປຍັງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທຸກຖ້ວນໜ້າ, ພ້ອມທັງກ່າວເນັ້ນວ່າ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ສອງປະເທດພວກເຮົາໄດ້ມີການພົວພັນພິເສດຍ້ອນປັດໃຈປະຫວັດສາດທີ່ຮັກສາໄວ້ໃຫ້ປະຊາຊົນສອງປະເທດພວກເຮົາສືບທອດກັນມາແຕ່ບູຮານນະການ ແລະ ສອງປະເທດພວກເຮົາກໍຕ້ອງໃຫ້ຄົນລຸ່ນໃໝ່ໄດ້ສືບຕໍ່ເສີມຂະຫຍາຍການພົວພັນນີ້ຕະຫຼອດໄປໃນອານາຄົດ, ບໍ່ວ່າຈະແມ່ນການພົວພັນດ້ານການເມືອງ, ເສດຖະກິດ-ການຄ້າ ແລະ ການລົງທືນ ຫຼື ການທ່ອງທ່ຽວ-ວັດທະນະທຳ-ສັງຄົມ ລະຫວ່າງສອງປະເທດພວກເຮົາໃຫ້ມີການຂະຫຍາຍຕົວນັບມື້ນັບເພີ່ມຂື້ນ, ສົມເດັດ ເຕໂຊ ຮຸນ ແຊນ ສະເໜີໃຫ້ສອງປະເທດສືບຕໍ່ຊຸກຍູ້ການຮ່ວມມືສອງຝາຍໃຫ້ນັບມື້ນັບເພີ່ມຂື້ນໃນແຕ່ລະຂະແໜ່ງການໂດຍສະເພາະແມ່ນຂະແໜ່ງອຸດສາຫະກຳໄຟຟ້າທີ່ສອງປະເທດມີການຊື້ຂາຍໄຟຟ້ານຳກັນ ແລະ ຊຸກຍູ້ອຳນວຍຄວາມສະດວກເຂດການຄ້າຊາຍແດນຂອງປະຊາຊົນທີ່ດຳລົງຊີວິດຢູ່ໃນບັນດາແຂວງລຽບຕາມຊາຍແດນຂອງສອງປະເທດ.       

       ນອກຈາກນັ້ນ, ສົມເດັດ ເຕໂຊ ຮຸນ ແຊນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ບົວແກ້ວ ພູມວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໄປດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ປະຈຳ ຣາຊະອານາຈັກ ກຳປູເຈຍ ແລະ ໄດ້ອວຍພອນໄຊໃຫ້ທ່ານເອກອັກຄະລັດຖະທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນມີກຽດຂອງທ່ານມານະໂອກາດນີ້.

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570